ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດຊ່ວຍສ້າງໂຮງຮຽນມິດຕະພາບລາວ-ຈີນ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ຊ່ວຍທຶນປະມານ 200,000 ໂດລາເພື່ອສ້າງໂຮງຮຽນປະຖົມບ້ານນາໝໍ້ໃຕ້ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງເປັນໂຄງການສະຫວັດດີການສາທາລະນະ ພາຍໃຕ້ການສະໜັບສະໜູນຂອງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ(Kv) ລາວ-ຈີນ. ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນດັ່ງກ່າວໄດ້ ຈັດຂຶ້ນມື້ວານນີ້ ທີ່ບ້ານນາໝໍ້ໃຕ້ ໂດຍການກ່າວມອບຂອງທ່ານ ລີ ຈີ່ງ ລູ…

