ບຸນນະມັດສະການ ພຣະທາດອີງຮັງມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ
ບຸນນະມັດສະການພຣະທາດອີງຮັງ ຢູ່ແຂວງສະຫວັນນະເຂດຈະເລີ່ມເປີດງານໃນວັນທີ 30 ພະຈິກນີ້ ແລະ ຈະດຳເນີນໄປຈົນຮອດວັນທີ 5 ທັນວາ 2025 ໂດຍມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ. ພາຍໃນງານນອກຈາກຈະມີການວາງສະແດງຈຳໜ່າຍສິນຄ້າແລ້ວ ຍັງຈະມີການສະແດງສິລະປະ-ວັນນະຄະດີ ພື້ນເມືອງຂອງປະຊາຊົນ, ຂອງນັກຮຽນ, ກ້ອນກຳລັງສິລະປະຈາກ 14 ເມືອງ ແລະ ນະຄອນໄກສອນ…


