ອັນຕະລາຍ! ພົບເຫັນລະເບີດໃຫຍ່ 9 ໜ່ວຍ ຢູ່ 2 ບ້ານ ແຄມແມ່ນ້ຳເຊກອງ
ເມື່ອບໍ່ດົນມານີ້, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດ ແຫ່ງຊາດ ປະຈໍາ ແຂວງເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ ເມືອງກະລຶມ ແຂວງເຊກອງ ຕາມການລາຍງານຂອງປະຊາຊົນ ພາຍໃນບ້ານ ທີ່ພົບເຫັນລະເບີດໃຫຍ່ ຈໍານວນ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ, ເນື່ອງຈາກມີການເຊາະເຈື່ອນດິນຂອງຕາຝັ່ງແຄມນໍ້າ ຈຶ່ງເຮັດໃຫ້ພົບເຫັນລະເບີດໃຫຍ່ດັ່ງກ່າວ.…

