Skip to content
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
x
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
ພາຍໃນປະເທດ
Admin
28 November 2020
ທາງດ່ວນວຽງຈັນ-ວັງວຽງ ເປີດໃຫ້ສັນຈອນຟຣີ 2 ວັນ
ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດໃຫ້ຮູ້ວ່າ: ໃນໄລຍະວັນທີ 1 ຫາ 2 ທັນວາ 2020 ທີ່ຈະມາເຖິງນີ້ ຈະເປີດທາງດ່ວນວຽງຈັນ -ວັງວຽງ ໃຫ້ສັນຈອນຟຣີເພື່ອເປັນການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ…
ພາຍໃນປະເທດ
Admin
28 November 2020
ບໍລິສັດບົວລະພາກຽມຕັດໄມ້ເພື່ອປ້ອນໂຮງງານໄມ້ອັດຫຼັງທີ 2
ບໍລິສັດບົວລະພາ ກະສີກໍາ-ປ່າໄມ້ຈໍາກັດ ກຽມຕັດໄມ້ວິກ ແລະ ໄມ້ກະຖິນນະລົງ ເພື່ອປ້ອນໂຮງງານໄມ້ອັດ ຂອງບໍລິສັດ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ ແລະ ຮັບສະໝັກພະນັກງານຈໍານວນຫຼາຍເພື່ອເຮັດວຽກ ໃນໂຮງງານ ທີ່ຈະເປີດຢ່າງເປັນທາງການໃນເດືອນເມສາ 2021 ທີ່ຈະມາເຖິງນີ້. ຮອງອຳນວຍການບໍລິສັດບົວລະພາກະສິກຳ - ປ່າ ໄມ້ຈຳກັດ…
ພາຍໃນປະເທດ
Admin
27 November 2020
ເຂື່ອນໄຟຟ້ານໍ້າກົງ ຈະເລີ່ມຜະລິດໄຟຟ້າໃນ ປີ 2021
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ເລີ່ມລົງມືກໍ່ສ້າງ ໃນປີ 2017 ເປັນຕົ້ນມາ, ຊຶ່ງມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ, ຄາດວ່າໃນເດືອນພຶດສະພາ ປີ 2021 ຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ, ຫຼັງຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການພາຍ ໃນ ເດືອນມິຖຸນາ…
ພາຍໃນປະເທດ
Admin
27 November 2020
ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແຈ້ງປິດການສັນຈອນເສັ້ນທາງຜົ້ງສາລີ ຫາ ເມືອງບຸນເໜືອ
ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ອອກແຈ້ງການປິດການສັນຈອນບາງເວລາ ເສັ້ນທາງຜົ້ງສາລີ ຫາ ເມືອງບຸນເໜືອ ແຕ່ກິໂລແມັດທີ 29+000 ຫາ ກິໂລແມັດທີ 38+00 ເພື່ອຂະຫຍາຍໜ້າທາງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ ລວມ 9 ກິໂລແມັດ, ເມື່ອບໍ່ດົນມານີ້.…
ພາຍໃນປະເທດ
Admin
27 November 2020
ເສັ້ນທາງໄປເມືອງກະລຶມຍັງທຽວໄດ້ພຽງລະດູດຽວ
ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງໃຫ້ຮູ້ວ່າ: ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມີບົດບາດສຳຄັນໃນການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ໃຫ້ກາຍເປັນປາຍແຫຼມ ທີ່ສາມາດທະລຸໂລ່ງແຕ່ເໜືອຮອດໃຕ້, ແຕ່ຕາເວັນອອກ ຫາ ຕາເວັນຕົກ, ແຕ່ຕົວເມືອງ ຫາ ຊົນນະບົດ, ແຕ່ທົ່ງພຽງ ຫາ…
ພາຍໃນປະເທດ
Admin
27 November 2020
ເມືອງໄຊເສດຖາບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານ ສະຖານີ 3434
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານສະຖານີ 3434 ທີ່ຕັ້ງຢູ່ຂ້າງສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຕາມການສະເໜີຂໍເປີດຂອງເຈົ້າຂອງ ຮ້ານອາຫານດັ່ງກ່າວ. ອໍານາດການປົກຄອງເມືອງໄຊເສດຖາໄດ້ມີໜັງສືແຈ້ງການປິດຮ້ານດັ່ງກ່າວເມື່ອອາທິດທີ່ຜ່ານມາ ແລະ ໃນວັນທີ 20 ພະຈິກ 2020 ເຈົ້າຂອງຮ້ານອາຫານສະຖານີ 3434 ໄດ້ເຮັດໃບສະເໜີມາຍັງຫ້ອງວ່າການ ເມືອງໄຊເສດຖາເພື່ອຂໍອະນຸຍາດເປີດ. ຫ້ອງວ່າການເມືອງໄຊເສດຖາໄດ້ແຈ້ງຜົນຂອງກອງປະຊຸມຄະນະປະຈໍາພັກເມືອງໄຊເສດຖາ ເມື່ອວັນທີ 26…
ພາຍໃນປະເທດ
Admin
26 November 2020
ລັດປັບຂຶ້ນລາຄານໍ້າມັນທຸກປະເພດເລີ່ມມື້ອື່ນ
ລາຄານໍ້າມັນເຊື້ອໄຟທຸກປະເພດຈະເລີ່ມປັບຂຶ້ນມື້ອື່ນວັນທີ 27 ພະຈິກ 2020 ເລີ່ມເວລາ 6 ໂມງ 00 ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້, ລາຄານໍ້າມັນແອັດຊັງພິເສດ ຈະປັບຂຶ້ນ 280 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 240 ກີບ/ລິດ ແລະ ກາຊວນ…
ພາຍໃນປະເທດ
Admin
26 November 2020
ຈະທົດລອງການຜະລິດນ້ຳມັນເຊື້ອໄຟ ທ້າຍເດືອນນີ້
ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຈະທົດລອງຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ທີ່ຈະມາເຖິງນີ້, ພາຍຫຼັງໄດ້ເລີ່ມກໍ່ສ້າງໃນປີ 2015, ຊຶ່ງໂຮງງານກັ່ນນໍ້າມັນແຫ່ງນີ້ ຈະຊ່ວຍຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ ພ້ອມທັງຫຼຸດຜ່ອນລາຄານ້ຳມັນໃນຕະຫຼາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1…
ພາຍໃນປະເທດ
Admin
26 November 2020
ການແຂ່ງຂັນສ້າງສັນວີດີໂອຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງຫົວຂໍ້ “ການຄ້າມະນຸດ”
ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ເປີດງານແຂ່ງຂັນປະກວດ ສ້າງສັນວີດີໂອ ຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງ ທີ່ມີເນື້ອຫາການຄ້າມະນຸດ, ຊຶ່ງງານດັ່ງກ່າວ ແມ່ນເລີ່ມລົງທະບຽນສະໝັກ ແຕ່ວັນທີ 6 ພະຈິກ 2020 ແລະ ສົ່ງຜົນງານຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ…
ພາຍໃນປະເທດ
Admin
26 November 2020
ປະຊາຊົນຈຳນວນໜຶ່ງຍັງບໍ່ເຂົ້າໃຈກ່ຽວກັບຄວາມປອດໄພຂອງທາງລົດໄຟ
ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ຍັງມີປະຊາຊົນຈໍານວນໜຶ່ງໂດຍສະເພາະຜູ້ທີ່ຢູ່ໃນຂົງເຂດຕາມແລວທາງລົດໄຟທີ່ຮູ້ເທົ່າບໍ່ເຖິງການ ແລະ ບໍ່ເຂົ້າໃຈຕໍ່ກັບການປ້ອງກັນຄວາມປອດໄພຂອງທາງລົດໄຟ ເພາະຍັງພົບເຫັນມີການລັກຫັນນ໋ອດຈັບລາງລົດໄຟ ແລະ ມ້າງຮົ້ວກັ້ນເສັ້ນທາງລົດໄຟ ກ່ຽວກັບເລື່ອງດັ່ງກ່າວນີ້ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດຮຽກຮ້ອງໃຫ້ລັດຖະບານ ແລະ ສື່ມວນຊົນ ຮ່ວມກັນເພີ່ມທະວີການເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ. ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈະສ້າງຕັ້ງລະບົບການປ້ອງກັນຄວາມປອດໄພ ສຳລັບທາງລົດໄຟລາວ-ຈີນ…
1
...
3949
3950
3951
3952
3953
...
4069