ຄອສພ ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດ ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງ ຄອສພ ໃນມື້ນີ້  ຢູ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ. ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ…

ປະທານປະເທດ ແລະ ນາຍົກລັດຖະມົນຕີ ຕ້ອນຮັບປະທານທະນາຄານ ພັດທະນາອາຊີເຂົ້າຢ້ຽມຂໍ່ານັບ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານ ທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນຕອນບ່າຍຂອງມື້ນີ້…

ພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າ

ໃນໄລຍະ 5 ປີຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ກວດພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ສາມາດເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າກີບ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກ…

ພົບຫຼາຍໂຄງການຂອງລັດດໍາເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການວາງອອກ

ໃນໄລຍະ 5 ປີຜ່ານມາ (2021-2025) ອົງການກວດກາແຫ່ງລັດໄດ້ສຳເລັດ ກວດກາໂຄງການລົງທຶນຂອງລັດຕາມຜົນການກວດສອບ ຈໍານວນ 156 ໂຄງການ, ໄດ້ກວດກາໂຄງການລົງທຶນຂອງລັດ (ມູນຄ່າສິບຕື້ກີບຂຶ້ນໄປ ແລະ ຫຼຸດສິບຕື້ກີບລົງມາ) ທັງໝົດ 4.172 ໂຄງການ; ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ລວມທັງໝົດ…

ສູນບໍລິການສຸຂະພາບ ແລະ ສູນການຄ້າ NDP ຈະເປັນການສົ່ງເສີມດ້ານຂະແໜງການສຶກສາ ແລະ ສາທາລະນະສຸກ

ສູນບໍລິການສຸຂະພາບ ແລະ ສູນການຄ້າ NDP ຢູ່ວິທະຍາເຂດດົງໂດກທີ່ຈະກໍສ້າງໃນໄວໆນີ້ແມ່ນແນ່ໃສ່ສົ່ງເສີມດ້ານຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝໂດຍຈະສຸມໃສ່ໃນການສ້າງສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ເປັນຕົ້ນ: ສູນບໍລິການສຸຂະພາບ, ວິທະຍາໄລພະຍາບານ, ສູນຝຶກອົບຮົມດ້ານການສຶກສາ, ສູນດູແລຜູ້ສູງອາຍຸ, ຫໍພັກນັກສຶກສາ, ສູນກິລາ-ກາຍຍະກຳ, ສູນການຄ້າ ແລະ ການບໍລິການອື່ນໆ…

ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທໍາມະຊາດ ຈຳກັດຜູ້ດຽວ ສົນໃຈ ປູກ ແລະ ນໍາໃຊ້ໝາກຈອງຕິດພັນກັບອຸດສາຫະກໍາປຸງແຕ່ງ

ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທໍາມະຊາດ ຈຳກັດຜູ້ດຽວ ສົນໃຈໂຄງການອະນຸລັກ, ຟື້ນຟູ, ປູກ ແລະ ນໍາໃຊ້ໝາກຈອງຕິດພັນກັບອຸດສາຫະກໍາປຸງແຕ່ງ ໃນເນື້ອທີ່ 150 ເຮັກຕາ ຢູ່ໃນເຂດອຸທິຍານແຫ່ງຊາດດົງຫົວສາວ ບ້ານນໍ້າພາກ ເມືອງປະທຸມພອນ ແຂວງຈໍາປາສັກ ແຕ່ໂຄງການດັ່ງກ່າວຍັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ໂດຍທີ່ອົງການປົກຄອງແຂວງຈໍາປາສັກໄດ້ມີການອະນະຍາດໃຫ້ບໍລິສັດດັ່ງກ່າວສຶກສາຄວາມເປັນໄປໄດ້ແລ້ວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການນີ້ໄດ້ຈັດຂຶ້ນເມື່ອມໍ່ໆມານີ້…

ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ

ໃນແຜນພັດທະນານາເສດຖະກິດນ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030), ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ, ລາຍ​ຮັບ​ສະ​ເລ່ຍ (GDP) ຕໍ່​ຫົວ​ຄົນ 3,104 ໂດ​ລາ​ ແລະ GNI…

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມແມ່ນໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ( ນະຄອນຫຼວງວຽງຈັນ – ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ) ແມ່ນໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ…

5 ປີຂ້າງໜ້າລັດຖະບານຈະສຸມໃສ່ 5 ຄາດໝາຍຕົ້ນຕໍ

ແຜນການ 5 ປີ ຄັ້ງທີ X (2026-2030), ລັດຖະບານຈະສຸມໃສ່ 5 ຄາດໝາຍຕົ້ນຕໍ ລວມມີຄາດໝາຍດ້ານເສດຖະກິດ, ຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຄາດໝາຍດ້ານສິ່ງແວດລ້ອມ, ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ແລະ ຄາດໝາຍດ້ານການປົກຄອງ, ການບໍລິຫານລັດແລະ ວຽກງານຍຸຕິທໍາ. 5…

2.000 ກວ່າຄອບຄົວໄດ້ຮັບ ຜົນກະທົບຈາກພາຍຸໝາກເຫັບຕົກ ຢູ່ເມືອງສີໂຄດຕະບອງ

ຈາກເຫດການພາຍຸໝາກເຫັບຕົກຢ່າງໜັກ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ມີນາ 2026 ເວລາ 16:00 ໂມງ ທີ່ຜ່ານມາ ໄດ້ເຮັດໃຫ້ເຮືອນຊານປະຊາຊົນ 2.000 ກວ່າຄອບຄົວໄດ້ຮັບຜົນກະທົບຢູ່ໃນ 5 ບ້ານ ນອກນັ້ນມີໂຮງຮຽນ 4 ແຫ່ງ, ວັດ…