ອາຫານທະເລຍັງມີວາງຂາຍຕາມຕະຫຼາດ ຕ່າງໆໃນຂອບເຂດທົ່ວປະເທດທັງທີ່ມີການ ຫ້າມນໍາເຂົ້າ
ພາຍຫຼັງທີ່ ລັດຖະມົນຕີກະຊວງສາທາລະ ນະສຸກ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກຽ່ວກັບການໂຈະຊົ່ວຄາວການນໍາເຂົ້າປະເພດອາຫານທະເລສົດ ແລະ ແຊ່ເເຂງຈາກປະເທດໄທ ຍ້ອນວ່າພົບຜູ້ຕິດເຊື້ອໂຄວິດ-19 ຢູ່ຕະຫຼາດສົດຂອງປະເທດໄທ ທັງນີ້ກໍ່ເພື່ອເປັນມາດຕະການໃນການປ້ອງກັນພະຍາດໂຄວິດ-19, ແຕ່ຍັງພົບເຫັນມີການວາງຂາຍປະເພດອາຫານສົດປະເພດຕ່າງໆຢູ່ຕາມທ້ອງຕະຫຼາດຢູ່. ເພື່ອປະຕິບັດຕາມການແຈ້ງການດັ່ງກ່າວ, ເຈົ້າໜ້າທີ່ສະເພາະກິດກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຫ້ອງການສາທາລະນະສຸກເມືອງໃນຂອບເຂດທົ່ວປະເທດ ໂດຍສົມທົບກັບເຈົ້າໜ້າທີ່ພະແນກການຄ້າ…

