ລັດຖະບານແນະນໍາໃຫ້ບໍລິສັດໄຟຟ້າປັບປຸງລາຄາຄືນໃໝ່
ກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ອາດຈະໄດ້ຫຼຸດລາຄາໄຟຟ້າລົງຫລັງຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຊີ້ນໍາຜົນຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ມື້ວັນທີ 9 ມິຖຸນາ 2020 ນີ້ໂດຍເຫັນ ດີໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດຄ່າໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ໃນ…

