ທຸກຄົນທີ່ອາໄສຢູ່ລາວຕ້ອງເຂົ້າໃຈຕໍ່ຄວາມອັນຕະລາຍຂອງພະຍາດໂຄວິດ-19
‘‘ບຸກຄົນໃດລັກລອບເຂົ້າມາແລ້ວນຳເຊື້ອພະຍາດໂຄວິດ-19 ເຂົ້າມາຕິດໃສ່ຜູ້ອື່ນ ຜູ້ນັ້ນກໍ່ຕ້ອງມີຄວາມຮັບຜິດຊອບທຸກດ້ານບໍ່ວ່າຈະເປັນຄ່າໃຊ້ຈ່າຍຕ່າງໆ ແລະ ທາງກົດໝາຍບ້ານເມືອງ, ຖ້າລາວເຮົາປ້ອງກັນໄດ້ດີ ກໍ່ເປັນການຊ່ວຍປະເທດເພື່ອນບ້ານທີ່ຕິດກັບພວກເຮົາ ພ້ອມກັນນັ້ນຫາກປະເທດເພື່ອນບ້ານປ້ອງກັນໄດ້ດີບໍ່ໃຫ້ພະຍາດດັ່ງກ່າວລະບາດກໍ່ເປັນການຊ່ວຍພວກເຮົາເຊັ່ນກັນ, ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ເຊິ່ງອາດຈະສ້າງຄວາມສັບສົນວຸ້ນວາຍໃນສັງຄົມ’’, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ…

