ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ຈໍານວນ 21 ຄົນ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 16 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 16 ພຶດສະພາ 2021ນີ້ ຈໍານວນ 21 ຄົນໃນທົ່ວປະເທດ ຈາກການເກັບຕົວຢ່າງມາກວດມື້ວັນທີ 15 ພຶດສະພາ ຈຳນວນ 1.427 ຄົນ,…

