ແຂວງບໍລິຄໍາໄຊ ຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ ເຮືອຈັກ ຢ່າງເດັດຂາດ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແຂວງ ບໍລິຄໍາໄຊ ໄດ້ແຈ້ງການ ເມື່ອບໍ່ດົນມານີ້ວ່າ: ຫ້າມບໍ່ໃຫ້ແຮງງານລາວລັກລອບເຂົ້າເມືອງຜິດກົດໝາຍຜ່ານຊ່ອງທາງຕ່າງໆ ໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ຄະນະສະເພາະກິດຂັ້ນແຂວງອະນຸຍາດ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ-ສັງຄົມ ແຂວງບໍລິຄໍາໄຊ. ໂດຍສະເພາະຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກາບ, ເຮືອຈັກ ແລະ ເຮືອຫາປາປະເພດຕ່າງໆຢ່າງເດັດຂາດ ໃນນັ້ນໃຫ້ອໍານາດການປົກຄອງແຕ່ລະບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າຂອງ ເຊັ່ນ: ເມືອງປາກຊັນ,…

