ລາວສາມາດຢັບຢັ້ງບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງຕໍ່ການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມເຖິງແມ່ນວ່າຈະໄດ້ຮັບຜົນກະທົບຫຼາຍດ້ານ
ສປປ ລາວ ເຖິງແມ່ນວ່າຈະໄດ້ພົບຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຍັງສາມາດຢັບຢັ້ງບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໂດຍໄດ້ເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ດີຂຶ້ນເປັນກ້າວໆ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນຕອນເຊົ້າວັນທີ 13…

