ຈະມີການກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນທຸກໆ 5 ປີ
ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ລັດມີແຜນຈະກວດກາເລື່ອງ ຄວາມ ປອດໄພຂອງເຂື່ອນໄຟຟ້າຕ່າງໆໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ພົບວ່າໃນໄລຍະທີ່ຜ່ານມາໄດ້ມີເຂື່ອນໄຟຟ້າຈໍານວນໜຶ່ງໄດ້ແຕກ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນ ຈໍານວນຫຼາຍ. ທ່ານບົວເທບ ມາໄລຄໍາ, ຫົວໜ້າ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານແລະ ບໍ່ແຮ່ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ໃນອີກສອງສາມປີຂ້າງໜ້າ…

