ດົງລີງເປັນແຫຼ່ງທ່ອງທຽ່ວທີ່ສ້າງລາຍໄດ້ໃຫ້ຊຸມຊົນ ແລະ ເປັນທີ່ສົນໃຈຂອງນັກທອ່ງທຽ່ວ
ດົງລີງ ຫຼື ເອີ້ນອີກຊື່ໜຶ່ງວ່າ ປ່າດົງລີງ ຢູ່ບ້ານຊະຄຶນ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ມີບົດບາດສຳຄັນໃນການສ້າງລາຍຮັບໃຫ້ປະຊາຊົນໃນຊຸມຊົນ. ດົງລີງມີເນື້ອທີ່ປະມານ 11 ເຮັກຕາ ທີ່ປົກຫຸ້ມເຕັມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ ແລະ ມີລີງອາໄສຢູ່ຫຼາຍກວ່າ 500 ໂຕ. ທ່ານແສງຄຳ ປະຊາຊົນບ້ານຊະຄຶນໄດ້ກ່າວ ກຽ່ວກັບດົງລີງເມື່ອບໍ່ດົນມານີ້ວ່າ: ລີງດັ່ງກ່າວແມ່ນໄດ້ມາອາໄສຢູ່ແຕ່ສະໄໝປູ່ຍ່າຕາຍາຍພຸ້ນ…

