ບັນດາເມືອງທີ່ຖືກນ້ຳຖ້ວມຢູ່ແຂວງສະຫວັນນະເຂດລະດັບນ້ຳເລີ່ມຫຼຸດລົງແລ້ວ ແຕ່ຍັງຢູ່ໃນຂິດອັນຕະລາຍ
ຫ້ອງວ່າການແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ວັນທີ 20 ຕຸລາ 2020, ຢູ່ເມືອງຕ່າງໆພາຍໃນແຂວງທີ່ຖືກນ້ຳຖ້ວມນັ້ນ, ລະດັບນ້ຳໄດ້ຫຼຸດລົງແດ່ແລ້ວ ແຕ່ກໍຍັງຢູ່ໃນເຂດອັນຕະລາຍ ແລະ ຄາດວ່າມີບາງເມືອງນໍ້າອາດຈະຍຶ່ງຂຶ້ນອີກເພາະຝົນຍັງສືບຕໍ່ຕົກຢູ່. ເຈົ້າເມືອງພິນ ແຂວງສະຫວັນນະເຂດ ທ່ານສາລີ ວິນລາວັນ ໄດ້ລາຍງານຕໍ່ທິມງານວຽງຈັນທາຍ ມື້ເຊົ້າວັນທີ 20 ຕຸລາ 2020ນີ້ ກ່ຽວກັບສະພາບນໍ້າຖ້ວມຢູ່ເມືອງພິນວ່າ:…

