ເມືອງນອງເລັ່ງສ້ອມແປງສຸກເສີນເສັ້ນທາງຫຼາຍຈຸດທີ່ເປ່ເພຈາກນໍ້າຖ້ວມ
ເສັ້ນທາງຫຼາຍເສັ້ນຢູ່ເມືອງນອງ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກໍາລັງຈະໄດ້ຮັບການສ້ອມແປງສຸກເສີນ. ອໍານາດການປົກຄອງເມືອງນອງ ຊຶ່ງນໍາໂດຍ ເຈົ້າເມືອງໆນອງ ທ່ານ ລຳແກ້ວ ແສງໜູທອງ ພ້ອມດ້ວຍຄະນະໄດ້ລົງສໍາຫຼວດເສັ້ນທາງຫຼາຍຈຸດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນໄລະຍະທີ່ຜ່ານມາ ເພື່ອກຽມຈະສ້ອມແປງຄືນໃນມໍ່ໆນີ້. ເມືອງນອງ ເປັນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກໄພ ທໍາມະຊາດ ນັບແຕ່ວັນທີ 7 ຕຸລາ 2020…

