ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວໄດ້ສະເໜີຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ໃນມື້ເຊົ້ານີ້ກ່ຽວກັບການສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່ຂອງພັກ,ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມວ່າ: ໃນຊຸມປີຕໍ່ໜ້າ, …


