ທໍາລາຍສິນຄ້າໝົດອາຍຸ, ລອກຮຽນແບບ, ປອມແປງ, ສິນຄ້າເກືອດຫ້າມ ແລະ ສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ ເມືອງແບງ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍ ສິນຄ້າໝົດອາຍຸປະເພດເຄື່ອງດື່ມ, ເບຍຈີນ, ຢາຕ້ອງຫ້າມ, ເຂົ້າໜົມ, ສິນຄ້າປອມແປງ ທີ່ນໍາເຂົ້າໂດຍບໍ່ຖືກຕ້ອງຕາມລະບຽບກົດ ໝາຍ ມື້ເຊົ້ານີ້ ທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ. ທ່ານ ຄໍາແດງ…

ເຜີຍແຜ່ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເຊົ້າມື້ນີ້ ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບເນື້ອໃນຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ຊຶ່ງຈະກາຍເປັນບ່ອນອີງທີ່ສໍາຄັນໃຫ້ແກ່ຂະແໜງ ການທີ່ກ່ຽວຂ້ອງທັງພາກລັດ…

ທລຍ ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່

ນັບແຕ່ປີ 2012 ມາເຖິງປະຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໄດ້ໃຫ້ການສະໜັບສະໜູນເມືອງໃໝ່, ແຂວງຜົ້ງສາລີ ຈໍານວນ 82 ໂຄງການ, ງົບປະມານທັງໝົດ 24 ຕື້ກີບ, ກວມເອົາ 4 ຂະແໜງການເປັນຕົ້ນຕໍ: ສຶກສາທິການ ແລະ ກິລາ, ໂຍທາທິການ ແລະ…

ນໍ້າຖ້ວມອັ່ງຢູ່ຈຸດ 4 ແຍກທາດຫລວງຍັງເປັນບັນຫາຊໍ່າເຮື້ອ, ແຕ່ກໍາລັງຈະໄດ້ຮັບການແກ້ໄຂ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ແຈ້ງໃຫ້ຮູ້ວ່າ: ທາງພະແນກ ກຽມຈະປ່ຽນທໍ່ລະບາຍນໍ້າໃໝ່ໃຫ້ໃຫ່ຍກວ່າເກົ່າ ເພື່ອແກ້ໄຂບັນຫານໍ້າຖ້ວມອັ່ງໃນເວລາຝົນຕົກຢູ່ເຂດ 4 ແຍກໄຟແດງທາດຫລວງ ນະຄອນຫລວງວຽງຈັນ, ຊຶ່ງນໍ້າຖ້ວມອັ່ງຢູ່ເຂດດັ່ງກ່າວເປັນບັນຫາຊໍ່າເຮື້ອ ແລະ ຍັງແກ້ໄຂບໍ່ຕົກເປັນເວລາຫຼາຍປີມາແລ້ວ ຍ້ອນທໍ່ລະບາຍນໍ້າທີ່ນ້ອຍຈຶ່ງເຮັດໃຫ້ນໍ້າໄຫຼອອກບໍ່ ທັນເລີຍເກີດ ສະພາບດັ່ງກ່າວອັນໄດ້ເຮັດໃຫ້ຫຍຸ້ງ ຍາກໃນການສັນຈອນ. ພະແນກໂຍທາທິການ ແລະ…

ບັນດາປະເທດອາຊຽນມີຜູ້ເສຍຊີວິດແລ້ວຫຼາຍກວ່າ 8.910 ຄົນຈາກພະຍາດໂຄວິດ-19

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ COVID-19 ແຈ້ງໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງທີ່ອາດຈະເກີດການລະບາດຂອງພະຍາດໂຄວິດ-19 ຖ້າທຸກພາກສ່ວນຍັງຖືເບົາຕໍ່ກັບມາດຕະກັນປ້ອງກັນພະຍາດດັ່ງກ່າວ ເພາະບັນດາປະເທດອາຊຽນ ໂດຍສະເພາະປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຍັງພົບຜູ້ຕິດເຊື້ອ ແລະ ມີການແຜ່ລະບາດຂອງພະຍາດນີ້ຢູ່, ໂດຍມີຜູ້ເສຍຊີວິດແລ້ວ …

ສະຫວັນນະເຂດເກີດໄພທໍາມະຊາດທີ່ໜັກໜ່ວງຮຸນແຮງໃນຮອບ 50 ປີ ໃນປີ 2019

ປີ 2019 ແຂວງສະຫວັນນະເຂດ ໄດ້ເກີດໄພທໍາມະຊາດທີ່ໜັກໜ່ວງຮຸນແຮງ ໃນຮອບ 50 ປີ ຊຶ່ງມີທັງນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍມີເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ ແລະ ເນື້ອທີ່ການຜະລິດໄດ້ຮັບຜົນກະທົບ.  ທ່ານ ບຸນລົບ ໂຄດຫຼັກຄຳ ກຳມະການພັກແຂວງ…

ບຸນຫໍ່ເຂົ້າປະດັບດິນກົງກັບມື້ແຮມ 14 ຄໍ່າເດືອນ 9 ລາວ ຂອງທຸກໆປີ

ມື້ນີ້ວັນຈັນວັນທີ 17 ສິງຫາ, ບັນດາຊາວພຸດໄດ້ກະກຽມເຄື່ອງຕ່າງໆ ບໍ່ວ່າຈະເປັນເຂົ້າ, ອາຫານ, ໝາກໄມ້, ຂອງຫວານຂອງຄາວຕ່າງໆ ເພື່ອກຽມໃສ່ຫໍ່ເຂົ້າທີ່ຈະໄປແຈກຍາຍຢູ່ຕາມວັດ, ຕາມເຮືອນ, ຕາມຮົ້ວສວນ ແລະ ໄຮ່ນາ ໃນຕອນເຊົ້າຂອງມື້ອື່ນວັນທີ່ 18 ສິງຫາ 2020 ເວລາປະມານ 4 ໂມງເຊົ້າ…

ປະຊາຊົນບັນດາເຜົ່າ ເຫັນຄຸນຄ່າຂອງສິ່ງທີ່ມີຊິວິດໃນປ່າດ້ວຍຫຼາຍເຫດຜົນ

ສິ່ງທີ່ມີຊິວິດໃນປ່າ (ສັດປ່າ ແລະ ພຶດປ່າ) ເປັນແຫຼ່ງອາຫານ ແລະ ໂພສະນາການທີ່ສໍາຄັນ ພື້ນຖານອັນຈໍາເປັນສໍາລັບປະຊະຊົນບັນດາ ເຜົ່າໃນເຂດຊົນນະບົດ ແລະ ສິ່ງທີ່ມີຊິວິດໃນປ່າ ຍັງສະໜອງສິ່ງປຸກສ້າງ, ເປັນເຄື່ອງມື, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນບັນດາເຜົ່າ. ສໍາລັບ ບັນດາຄອບຄົວປະຊາຊົນຢູ່ເຂດຊົນນະບົດ, ການຊື້-ຂາຍ ຊິ້ນສ່ວນຕ່າງໆສັດປ່າ,…

ດອກ​ປີກໄກ່ ເບຍລາວ ໂອເພັນ 2020 ກຽມເປີດການແຂ່ງຂັນ ວັນພະຫັດນີ້

ສະຫະພັນດອກ​ປີກ​ໄກ່ແຫ່ງຊາດລາວ ກຽມເປິດການແຂ່ງຂັນດອກ​ປີກ​ໄກ່ທົ່ວປະເທດ ຊິງຂັນທ່ານປະທານສະພາແຫ່ງຊາດ ຄັ້ງທີ 20 ປະຈຳປີ 2020 ຫຼື ລາຍການ ເບຍລາວ ໂອເພັນ 2020, ລະຫວ່າງວັນທີ 20-23 ສິງຫາ ນີ້ ທີ່ສະໂມສອນດອກ​ປີກ​ໄກ່ ບຶງຂະຫຍອງ ນະຄອນຫຼວງວຽງຈັນ. ຈຸດປະສົງການແຂ່ງຂັນໃນຄັ້ງນີ້…

ອົງການປະກັນສັງຄົມແຫ່ງຊາດເຜີຍແຜ່ກົດໝາຍ ວ່າດ້ວຍປະກັນສັງຄົມໃຫ້ ສະມາຄົມອຸດສາຫະກຳຕັດຫຍີບລາວ

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມ ເມື່ອບໍ່ດົນມານີ້ ເພື່ອເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສັງຄົມ ໃຫ້ກັບສະມາຄົມອຸດສາຫະກຳຕັດຫຍິບລາວ (ສອຕລ) ໃນຖານະເຮັດໜ້າທີ່ເປັນຜູ້ຄຸ້ມຄອງບັນດາຫົວໜ່ວຍທຸ ລະກິດ ທີ່ເຄື່ອນໄຫວກ່ຽວກັບເຄື່ອງນຸ່ງຫົ່ມ ທັງພາກລັດ ແລະ ເອກະຊົນ ເຂົ້າເປັນສະມາຄົມອັນດຽວເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງນະໂຍບາຍ ແລະ ກົດໝາຍຕ່າງໆ. ປັດຈຸບັນນີ້, ທົ່ວປະເທດ ມີໂຮງງານຕັດຫຍິບ…