ອ້າຍນ້ອງທະຫານ, ຕໍາຫຼວດ ແລະ ໜ່ວຍກູ້ໄພຫຼາຍສີບ ຄົນກໍາລັງເລັ່ງຊອກຄົ້ນຫາຜູ້ສູນຫາຍຈາກເຮືອຫຼົ້ມທີ່ອ່າງນໍ້າງື່ມ

ຈາກກໍລະນີເກີດອຸບັດເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ເມື່ອເວລາປະມານ 10 ໂມງ 30 ຂອງວັນທີ 4 ເມສາ 2021 ນີ້, ຮອດປັດຈຸບັນນີ້ນັກ ກູ້ໄພລວມທັງອ້າຍນ້ອງທະຫານ ແລະ ຕໍາຫຼວດສາມາດ ຊ່ວຍເຫຼືອຜູ້ລອດຊີວິດໄດ້ໝົດທຸກຄົນແລ້ວ ຊຶ່ງກໍາລັງເລັ່ງຄົ້ນຫາຜູ້ສູນຫາຍ. ອີງຕາມ ຖວທ…

ອົງການປົກຄອງນະຄອນຫຼວງວຽງຈັນສຸມໃສ່ 6 ວຽກງານທີ່ສຳຄັນສຳລັບການພັດທະນາໃນ 5 ປີຕໍ່ໜ້າ

ປະກົດການຫຍໍ້ທໍ້ທີ່ເກີດຢູ່ຕາມເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ແມ່ນ1 ໃນ 5 ບັນຫາທີ່ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງແກ້ໄຂໃນແຜນ 5 ປີຕໍ່ໜ້າ. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່ ໄດ້ຂຶ້ນລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5…

ໄຟໄໝ້ລາມປ່າສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ

ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ໄຟໄໝ້ລາມປ່າໃນໄລຍະຜ່ານມາສວ່ນຫຼາຍແມ່ນເກີດ ຈາກປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່, ຈູດໄຮ່, ຈູດຄັງລ້ຽງສັດ ແລະ ບຸກຄົນຈຳນວນ ໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດ ຊຶ່ງສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ. ສະເພາະປີ 2020 ຜ່ານມາ,…

ລັດຖະບານລາວຕ້ອງການຖືຮຸ້ນຈໍານວນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມໄດ້ຈັດກອງປະຊຸມປຶກສາຫາລື ເມື່ອວັນທີ 1-2 ເມສາ 2021 ທີ່ຜ່ານມາທິ່ຫ້ອງປະຊຸມຂອງດ່ານຊາຍແດນສາກົນ ແດນສະຫວັນ – ລາວບ່າວ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະວິຊາການຝ່າຍລາວ ແລະ ທ່ານ…

ລັດຖະບານຝຣັ່ງ ແລະ ອົງການອາຫານໂລກ ຮ່ວມມື ປັບປຸງດ້ານສະບຽງອາຫານ ໂພຊະນາການ ຢູ່ແຂວງ ຜົ້ງສາລີ

ລັດຖະບານແຫ່ງປະເທດຝຣັ່ງ  ແລະ ອົງການອາຫານໂລກ ເຊັນສັນຍາຮ່ວມມືກັນປັບປຸງ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການຢູ່ແຂວງຜົ້ງສາລີ  ຊຶ່ງພິທີເຊັນສັນຍາ ໄດ້ຈັດຂື້ນໃນວັນທີ 1 ມີນາ 2021 ຜ່ານມານີ້ ຢູ່ຫ້ອງວ່າການແຂວງ, ຮ່ວມລົງນາມໂດຍ ທ່ານ ນາງ ຟລໍຣັອງ ຊັອງບລັອງ-ຣີສແລກ​ ເອກອັກຄະລັດຖະທູດຝຣັ່ງ…

ກະຊວງສາທາລະນະສຸກເລີ່ມເປີດລົງທະບຽນໃຫ້ກຸ່ມເປົ້າໝາຍ ຮັບວັກຊີນກັນພະຍາດໂຄວິດ-19 ຟຣີ ແລ້ວ

ກະຊວງສາທາລະນະສຸກໄດ້ອອກແຈ້ງການເຊີນປະຊາຊົນໃນບັນດາກຸ່ມເປົ້າໝາຍຄື: ບຸກຄະລາກອນທາງການແພດ, ຜູ້ສູງອາຍຸ, ຜູ້ທີ່ເປັນພະຍາດຊໍ້າເຮື້ອ, ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ ບຸກຄົນທີ່ຈໍາເປັນຕ້ອງ ເດີນທາງ ເຂົ້າ-ອອກ ປະເທດສາມາດມາລົງທະບຽນຮັບວັກຊີນກັນພະຍາດໂຄວິດ-19 ທີ່ໂຮງໝໍ ມິດຕະພາບ, ນະຄອນຫຼວງ ວຽງຈັນນັບແຕ່ມື້ວັນທີ 2 ເມສາ 2021 ເວລາ 11 ໂມງເຊົ້າ ຫາ…

ເຈົ້າແຂວງອັດຕະປື ເນັ້ນໃຫ້ອໍານາດການປົກຄອງເມືອງພູວົງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ກາຍເປັນສິນຄ້າ

ເນື່ອງໃນໂອກາດທີ່ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ແລະ ຄະນະໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງພູວົງ ແຂວງອັດຕະປື ເມື່ອບໍ່ດົນມານີ້, ທ່ານໄດ້ເນັ້ນໃຫ້ຄະນະນໍາ ເມືອງພູວົງ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງເມືອງຕົນ, ໂດຍສະເພາະການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດຜົນເປັນຈິງ, ຜັນຂະຫຍາຍເປັນແຜນວຽກລະອຽດ ໃຫ້ທຸກຂະແໜງການຂອງເມືອງສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ນໍາເອົາແຜນວຽກລົງໄປຈັດຕັ້ງປະຕິບັດຢູ່ບ້ານ…

ນັກລົງທຶນຈີນສົນໃຈລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ

ທ່ານ ຈ້າວເຫຼີນ ຕາງ​ໜ້າ​ເຂດເສດຖະກິດສາມຫຼ່ຽມຄຳ (ເຂດຊາຍແດນລາວ-ຈີນ) ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງສາລະວັນ ເມື່ອບໍ່ດົນມານີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ ຢູ່ເເຂວງສາລະວັນ ໃນອະນາຄົດ.  ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນໄດ້ນໍາພາ ທ່ານ…

ຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈຳນວນ 5 ຊະນິດ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນໃຫ້ຮູ້ວ່າ: ແຂວງຫົວພັນ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອບ) ຫຼື ມີກາໝາຍໂອດ໊ອບແຫ່ງຊາດ ຈຳນວນ 5 ຊະນິດ ປະກອບມີ: ແຈ່ວປາບ້ຳຊຳເໜືອ, ເຫຼົ້າຂາວຍອດຊຳ ເມືອງຊຳເໜືອ, ຜະລິດຕະພັນໂພໄຊວາຍ ເມືອງວຽງໄຊ, ຫັດຖະກຳຈັກສານໄມ້ປ່ອງແອບເຂົ້ານ້ອຍ ບ້ານປຸ່ງ-ນາຄາວ…

ປະຊາຊົນລາວຈະໄດ້ໃຊ້ບໍລິການລົດໄຟໃນທ້າຍປີນີ້

 ບໍລິສັດລົດໄຟລາວ – ຈີນ ຈໍາກັດ ໃຫ້ຮູ້ວ່າ:​ ໃນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້ ບໍລິສັດຈະໄດ້ນໍາເອົາລົດໄຟມາແຕ່ຈີນເພື່ອກຽມແລ່ນທົດລອງ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ຊຶ່ງມີຄວາມຍາວທັງໝົດ 422,4 ກິໂລ ແມັດ ປະກອບມີ 32 ສະຖານີ.…