ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບຄ່າຊັບພະຍາກອນແຮ່ທາດຈໍານວນ 3,4 ລ້ານກວ່າໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ

ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ​ເຊ​ໂປນ ມອບຄ່າຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງຂອງໄຕຼມາດທີ 4 ປີ 2020 ຈໍານວນ 3,4 ລ້ານກວ່າໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ. ພິທີ​ມອບຄ່າຊັບພະຍາກອນແຮ່ທາດຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ…

ໂຄງການຍົກລະດັບເສັ້ນທາງ 3 ແຍກທົ່ງຄູນ ຫາ ເຂື່ອນໄຟຟ້ານ້ຳງື່ມ 2 ຈະສໍາເລັດໃນປີ 2023

ໂຄງການຍົກລະດັບເສັ້ນທາງ 3 ແຍກທົ່ງຄູນ ຫາ ເຂື່ອນໄຟຟ້ານ້ຳງື່ມ 2 ແຂວງ ໄຊສົມບູນ ແມ່ນເປັນໜຶ່ງໃນຫຼາຍໂຄງການທີ່ແນໃສ່ເພື່ອປັບປຸງ ເເລະ ກໍ່ສ້າງເສັ້ນທາງໃໝ່ໃຫ້ໄປມາໄດ້ສະດວກຂື້ນ ຊຶ່ງໄດ້ເລີ່ມກໍ່ສ້າງມາແຕ່ທ້າຍປີ 2020 ແລະ ຈະໃຫ້ສຳເລັດພາຍໃນຕົ້ນປີ 2023. ເສັ້ນທາງດັ່ງກ່າວ ມີຄວາມຍາວ ທັງໝົດ 25…

ປະຊາຊົນເມືອງຊະນະຄາມ ແຂວງວຽງຈັນຍັງບໍ່ມີໄຟຟ້າໃຊ້

ຈາກກໍລະນີທີ່ພາຍຸລະດູຮ້ອນພັດຖະຫຼົ່ມບ້ານນາທ່ຽງ ເມືອງຊະນະຄາມ ແຂວງວຽງຈັນ ໃນຕອນແລງຂອງວັນທີ 29 ມີນາ 2021  ເວລາປະມານ 16 ໂມງ 30 ໄດ້ເຮັດໃຫ້ເສົາໄຟຟ້າຫັກຈໍານວນ 9 ຕົ້ນ ແລະ ເຮືອນປະຊາຊົນເປ່ເພ 5 ຫຼັງ ໂຊກດີບໍ່ມີຜູ້ເສຍຊີວິດ ແລະ…

ປະຊາຊົນທົ່ວທຸກພາກຂອງປະເທດກຽມຮັບມືກັບພາຍຸລະດູຮ້ອນ ທີ່ຈະເກີດຂຶ້ນໃນຕົ້ນເດືອນເມສານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນສະພາບອາກາດລ່ວງໜ້ານັບແຕ່ວັນທີ 29 ມີນາ ຫາ 4 ເມສາ 2021 ນີ້ໃຫ້ຮູ້ວ່າ: ໃນໄລຍະວັນທີ 2 – 4 ເມສາ 2021 ທີ່ຈະມາເຖິງນີ້ ຢູ່ທົ່ວທຸກພາກ ຂອງປະເທດອາກາດຍັງຈະສືບຕໍ່ຮ້ອນ ແລະ…

ຄະນະກວດກາສູນກາງພັກເລີ່ມເປີດຂາຍແບບຟອມສະໝັກສອບເສັງເຂົ້າເປັນລັດຖະກອນໃໝ່ມື້ອື່ນນີ້

ຖືວ່າເປັນຂ່າວດີສໍາລັບນັກສຶກສາລາວທີ່ຮຽນຈົບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດພາຍຫຼັງທີ່  ກົມຈັດຕັ້ງພະນັກງານ ຄະນະກວດກາສູນກາງພັກ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກ່ຽວກັບການເປີດຂາຍແບບຟອມສະ ໝັກເຂົ້າສອບ ເສັງເປັນລັດຖະ ກອນໃໝ່ຕາມວິຊາສະເພາະທີ່ຈົບມາໂດຍຈະມີການເປີດຂາຍແບບ ຟອມ ດັ່ງກ່າວເປັນເວລາ 2 ວັນ ນັບແຕ່ວັນທີ 30-31 ມີນາ 2021 ນີ້ທີ່ສະໂມສອນ ກົມຈັດຕັ້ງພະນັກງານ…

ໂຄງການກໍ່ສ້າງຂົວນໍ້າງື່ມບ້ານພຽງຫຼວງ ຈະສຳເລັດໃນກາງປີນີ້

ການກໍ່ສ້າງຂົວນໍ້າງື່ມ ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງເປັນໂຄງການກໍ່ສ້າງຂົວໃໝ່ ເພື່ອປ່ຽນແທນຂົວເກົ່າ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຄາດວ່າຈະໃຫ້ສຳເລັດໃນເດຶອນກໍລະກົດ 2021 ນີ້. ທ່ານ ລໍາມອນ ໂພຄາເພັດ ຫົວໜ້າທິມງານວິສະວະກອນທິ່ປຶກສາໂຄງການ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວນໍ້າງື່ມ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2019 ນັ້ນ…

ໂຄງການຮ່ວມໃຈສາຍໄຍໂລມາຄຳຊ່ວຍສ້າງອາຊີບໝັ້ນຄົງໃຫ້ປະຊາຊົນເມືອງນອງຈຳນວນ 142 ຄອບຄົວ

ໂຄງການຮ່ວມໃຈສາຍໄຍໂລມາຄຳເປັນໂຄງການເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນບ້ານຕະຢົງ ແລະ ບ້ານປະແນະ ເມືອງນອງ ແຂວງສະຫວັນນະເຂດໃຫ້ມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ຫຼຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ ໂດຍມີປະຊາຊົນ 142 ຄອບຄົວໄດ້ຮັບຜົນປະໂຫຍດ ຈາກໂຄງການດັ່ງກ່າວ. ທ່ານ ເກຍ ອູ໊ສິດທິເດດ ຕາງໜ້າໂຄງການຮ່ວມໃຈສາຍໄຍໂລມາຄຳໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 1…

ກອງທັບປະຊາຊົນລາວ ຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ເກັບກູ້ລະເບີດບໍ່ທັນແຕກ 1.​000 ກວ່າໜ່ວຍ ຢູ່ແຂວງ ຊຽງແຂວງ  

ກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ໄດ້ສໍາເລັດການຮ່ວມມືກວດກູ້ທໍາລາຍລະເບີດບໍ່ທັນແຕກ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງສາມາດກວດພົບລະເບີດບໍ່ທັນແຕກໄດ້ 1.003 ໜ່ວຍ ໃນພື້ນທີ່ 3,47 ເຮັກຕາ. ພິທີສະຫຼຸບຜົນສໍາເລັດການຮ່ວມມືກວດກູ້ທໍາລາຍລະເບີດບໍ່ທັນແຕກ ລະຫວ່າງກອງທັບປະຊາຊົນລາວ ກັບ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ…

ບໍລິສັດການລົງທຶນຢາງພາລາ ຢຸນນານປ່ອຍເງິນກູ້ຢືມບໍ່ມີດອກເບ້ຍໃຫ້ປະຊາຊົນທີ່ປູກຢາງພາລາຈໍານວນ 28 ບ້ານທີ່ ແຂວງຫຼວງນໍ້າທາ

ບໍລິສັດການລົງທຶນຢາງພາລາ ຢຸນນານ ຈໍາກັດໄດ້ປ່ອຍເງິນກູ້ຢືມຫຼາຍກວ່າ 4 ຕື້ກີບໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນຢາງພາລາ ຈໍານວນ 28 ບ້ານ ແລະ ໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃຫ້ໄດ້ 90.000 ໂຕນຄິດເປັນມູນຄ່າ 540 ຕື້ກີບ ໃນປີ 2021 ນີ້. ບໍລິສັດດັ່ງກ່າວໄດ້ເລີ່ມສົ່ງເສີມປະຊາຊົນໃນການປູກຢາງພາລານັບແຕ່ປີ 2012 ເປັນຕົ້ນມາ…

ລາວຈະສົ່ງງົວອອກໄປ ສປ ຈີນ ຈຳນວນ 3.000 ໂຕ ທ້າຍເດືອນເມສານີ້

ອໍານາດການປົກຄອງເມືອງສິງ ແຂວງຫຼວງນໍ້າທາຈະສົ່ງງົວພັນຊີ້ນຈໍານວນ 3.000 ໂຕໄປ ສປ ຈີນໃນລະຫວ່າງວັນທີ 27-28 ເມສາ 2021 ທີ່ຈະມາເຖິງນີ້ ຊຶ່ງປັດຈຸບັນນີ້ໄດ້ນໍາງົວຈໍານວນດັ່ງກ່າວເຂົ້າສູນກັກກັນປອດພະຍາດແລ້ວກ່ອນຈະສົ່ງອອກ. ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງເມືອງສິງໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການສົ່ງເສີມການລ້ຽງງົວພັນຊິ້ນເພື່ອສົ່ງອອກໄປ ສປ ຈີນ ແມ່ນໂຄງການຮ່ວມມື ແລະ…