ການລັກລອບກັບຄືນປະເທດແບບຜິດກົດໝາຍໂດຍທີ່ເຈົ້າໜ້າທີ່ບໍ່ເຫັນອາດນໍາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ແມ່ນໍ້າຂອງທີ່ບົກແຫ້ງ ຈົນໃນບາງບ່ອນສາມາດຍ່າງຂ້າມໄດ້ນັ້ນໄດ້ກາຍເປັນສິ່ງທ້າທາຍໃຫ້ຄະນະສະເພາະກິດຕ້ານໂຄວິດ-19 ໃນການປ້ອງກັນການລັກລອບກັບຄືນມາປະເທດແບບຜິດກົດໝາຍຂອງຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານໂດຍສະເພາະປະເທດໄທທີ່ຍັງມີການແຜ່ລະບາດຂອງພະຍາດນີ້ເປັນວົງກວ້າງ ໂດຍບາງວັນມີເຖິງ 400 ຄົນ. ນອກນັ້ນຢູ່ປະເທດມຽນມາ, ຫວຽດນາມ ແລະ ຈີນ ກໍຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ ຊຶ່ງບຸກຄົນດັ່ງກ່າວນີ້ອາດມີຄວາມສ່ຽງທີ່ຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ລະບາດຢູ່ປະເທດລາວຫາກຜູ້ໃດຜູ້ໜຶ່ງຕິດເຊື້ອມາ ໂດຍທີ່ທາງເຈົ້າໜ້າທີ່ບໍ່ເຫັນ…

ລັດຖະບານ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4% ຂຶ້ນໄປ

ລັດຖະບານ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4% ຂຶ້ນໄປ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ພາຍຫຼັງຮັບຮອງເອົາກົງຈັກການຈັດຕັ້ງຂອງລັດຖະບານຊຸດໃໝ່ ຊຸດທີ IX . ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 22 ມີນາ 2021…

ກົມສັງຄົມສົງເຄາະ ແລະ ອົງການແຄຣິຕັສ ລຸກຊຳບວກ ຮ່ວມມືໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຄຸ້ມຄອງໄພພິບັດ ຢູ່ສອງແຂວງພາກເໜືອ

ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ (ຮສສ) ແລະ ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ (Caritas Luxembourg) ເຊັນສັນຍາຮ່ວມມືກ່ຽວກັບໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຄຸ້ມຄອງໄພພິບັດຂັ້ນຊຸມຊົນ ໄລຍະ4 ຢູ່ສອງແຂວງ ຄື: ຢູ່ເມືອງຫົວເມືອງ ແຂວງຫົວພັນ ແລະ…

ການກໍ່ສ້າງໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ຈະສໍາເລັດໃນປີ 2023

ໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານແຂວງສະຫວັນນະເຂດ ຈະສໍາເລັດການກໍ່ສ້າງໃນປີ 2023 ທີ່ຈະມາເຖິງນີ້ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ທີ່ຜ່ານມາ ໂດຍໄດ້ມີພິທີວາງສີລາລຶກການກໍ່ສ້າງຢ່າງເປັນທາງການເມື່ອບໍ່ດົນມານີ້ ທີ່ບ້ານ ແບ່ງຄໍາໄຫຼ ເມືອງສອງຄອນ ໂດຍການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສັນຕິພາບ…

ກົງຈັກການຈັດຕັ້ງຂອງລັດຖະບານ ຊຸດທີ IX ປະກອບມີ 17 ກະຊວງ ແລະ 2 ອົງການ ທຽບເທົ່າ

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ, ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງເອົາທ່ານ ພັນຄໍາ ວິພາວັນ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່ ແລະ ທ່ານໄດ້ສະເໜີກ່ຽວກັບໂຄງຮ່າງການຈັດຕັ້ງລັດຖະບານ ຊຸດທີ IX…

ບໍລິສັດຮ່ວມພັດທະນາສີທັນດອນ ຊ່ວຍພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ເມືອງໂຂງ

ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ໃຫ້ທຶນ 100.000 ໂດລາສະຫະລັດ ເພື່ອສ້າງໂຮງຮຽນປະຖົມສົມບູນ 1 ຫຼັງ ມີຄວາມຍາວ 56 ແມັດ ແລະ ກວ້າງ 9 ແມັດ (ມີ 7 ຫ້ອງຮຽນ), ສະໂມສອນ 1…

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມີນາ 2021, ຊຶ່ງບັນດາຜູ້ແທນກອງປະຊຸມໄດ້ພິຈາລະນາ ແລະ ລົງຄະແນນສຽງເລືອກຕັ້ງເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ຊຸດທີ IX ພ້ອມນັ້ນກອງປະຊຸມສະພາຄັ້ງນີ້ ຍັງໄດ້ເລືອກຕັ້ງເອົາຮອງປະທານສະພາແຫ່ງຊາດຊຸດທີ IX ຈຳນວນ…

ສະຫະພັນບານເຕະແຫ່ງຊາດລາວ ເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ) ໄດ້ເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ເມື່ອບໍ່ດົນມານີ້ ທີ່ບ້ານຫ້ວຍຫົງເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນບ່ອນຝຶກແອບສຳລັບນັກກິລາອະນຸຊົນ, ເຍົາວະຊົນ ແລະ ມີ​ໂອ​ກາດ​ໃນ​ການຫຼິ້ນ​ກິລາບານເຕະ ໃຫ້ມີທັກສະ ແລະ ກິດຈະກໍາຕ່າງໆ ເພື່ອ​ສ້າງ​ນັກ​ກິ​ລາ​ຮຸ່ນ​ສືບ​ທອດ​ໃນ​ອະ​ນາ​ຄົດ. ການເປີດສູນດັ່ງກ່າວນີ້ ແມ່ນເປັນການປະຕິບັດຕາມໂຄງການພັດທະນາກິລາບານເຕະຂອງ ສຕລ ແຕ່ປີ…

ຄະນະລັດຖະບານຊຸດໃໝ່ຈະຖືກຮັບຮອງເອົາທີ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ນີ້

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ມີນາ 2021 ນີ້ທີ່ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໂດຍການເປັນປະທານຂອງທ່ານນາງປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ (ຜູ້ເກົ່າ) ແລະ ຄະນະ, ການນໍາພັກ-ລັດ ພ້ອມດ້ວຍສະມາຊິກສະພາຈໍານວນ 164 ທ່ານເຂົ້າຮ່ວມ. ທ່ານນາງປານີ…

ເຕືອນ: ລະວັງຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງນັບແຕ່ມື້ນີ້ຫາມື້ອື່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການໃນວັນທີ 21 ມີນາ 2021 ນີ້ ກ່ຽວກັບການພະຍາກອນອາກາດນັບແຕ່ເວລາ 7 ໂມງຂອງວັນທີ 21 ຫາ ເວລາ 7 ໂມງ ຂອງວັນທີ 22 ມີນາ 2021…