ລາວ-ຈີນ ຮ່ວມມືແກ້ໄຂບັນຫາການຄ້າ-ຂາຍສິ່ງຜິດກົດໝາຍ ແລະ ຂອງເຖື່ອນຕາມຊາຍແດນ

ຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ທີ່ ແຂວງບໍ່ແກ້ວ ຮ່ວມກັບ ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້ ເພື່ອແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຕາມຊາຍແດນ…

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ອັດລົງດ້ວຍຜົນສຳເລັດ

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງເມື່ອວັນທີ 26 ມີນາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານ ແລະ ກ່າວປິດໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫຼັງທີ່ດໍາເນີນມາແຕ່ວັນທີ 22 ມີນາ 2021 ທີ່ຜ່ານມາ.…

ການແຂ່ງຂັນບານເຕະລາວລີກ ປະຈຳປີ 2021 ເລີ່ມວັນເສົານີ້

ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ຈະເປິດລະດູການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ຢ່າງເປັນທາງການໃນວັນທີ 27 ມີນາ 2021 ນີ້ ແລະ ຈະປິດລະດູການແຂ່ງຂັນລົງໃນທ້າຍເດືອນກໍລະກົດ 2021 ຊຶ່ງມືີ້ເປິດ ຈະມີການແຂ່ງຂັນ 2 ຄູ່ໃນເວລາດຽວກັນ ຄື:…

ເມືອງທ່າໂທມ ສ້າງບ້ານພັດທະນາໄດ້ 3 ບ້ານ ປະຈຳປີ 2021

ອຳນາດການປົກຄອງເມືອງທ່າໂທມ ແຂວງໄຊສົມບູນ ໄດ້ປະກາດ 3 ບ້ານເປັນບ້ານພັດທະນາ ປະຈຳປີ 2021 ຄື: ບ້ານນາຫ້ອງ, ບ້ານໂພນຮົ່ມ ແລະ ບ້ານວັງໄຮ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ…

ການກໍ່ສ້າງຕຶກນອນ ຫຼື ຕຶກຫ້ອງພິເສດ ຂອງໂຮງໝໍແມ່ ແລະ ເດັກເກີດໃໝ່ ຈະສໍາເລັດໃນປີ 2023

ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ບໍລິສັດ ລິດປັນຍາ ອອກແບບ – ກໍ່ສ້າງ ຈຳກັດຜູ້ດຽວໄດ້ລົງທຶນຮ່ວມກັນເພື່ອສ້າງຕຶກນອນພິເສດ ຂອງໂຮງໝໍແມ່ ແລະ ເດັກເກີດໃໝ່ ຢູ່ບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງໂຮງໝໍແມ່ ແລະ ເດັກເກີດໃໝ່ຈະສົມທົບທຶນ…

ມິສ ຢູນິເວີສ ລາວ 2020 ກຽມຕົວເຂົ້າຮ່ວມປະກວດ ມິສຢູນິເວີສ ທີ່ ສະຫະລັດອາເມລິກາ

ນາງຄຣິສຕີນາ ລາຊະສີມມາ ມິສ ຢູນິເວີສ ລາວ 2020 (ນາງສາວລາວປີ 2020) ຈະເປັນຕົວແທນສາວງາມຂອງປະເທດລາວ ເພື່ອເຂົ້າຮ່ວມປະກວດ ມິສ ຢູນິເວີສ ທີ່ລັດ ຟລໍຣິດ້າ ສະຫະລັດອາເມລິກາ ທີ່ຈະໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2021 ທີ່ຈະມາເຖິງນີ້…

ພະຍາດໄຂ້ຍຸງລາຍຍັງສຶບຕໍ່ແຜ່ລະບາດ ເຮັດໃຫ້ມີຜູ້ຕິດເຊື້ອແລ້ວ 163 ຄົນ ໃນທົ່ວປະເທດ

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງໃນປະຈຸບັນ ສະພາບການລະບາດຂອງພະຍາດໄຂ້ຍຸງລາຍໃນຂອບ​ເຂດທົ່ວປະເທດ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ. ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020-24 ມີນາ 2021, ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 163 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຢູ່ແຂວງອັດຕະປື…

ແຂວງ ຫຼວງນໍ້າທາ ທຳລາຍສວນຝິ່ນທີ່ລັກລອບປູກເກືອບ 40 ເຮັກຕາ

ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງ ຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດພົບ ແລະ ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນ ໃນເນື້ອທີ່ເກືອບ 40 ເຮັກຕາ. ທ່ານ  ພັທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ…

ແຂວງ ຊຽງຂວາງ ຈະຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ໃນທ້າຍປີນີ້

ແຂວງຊຽງຂວາງ ຈະຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ ຂຶ້ນໃນລະຫວ່າງເດືອນຕຸລາ ຫາ ເດືອນພະຈິກ 2021 ນີ້ ຫຼັງຈາກທີ່ໄດ້ເລື່ອນການແຂ່ງຂັນມາເປັນເວລາ 2 ປີຜ່ານມາ. ທ່ານ ບົວລີ ພັນນາວົງ ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ​…

ສະມາຄົມອຸດສາຫະກໍາຕັດຫຍິບລາວເຜີຍແຜ່ວິທີປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ບັນດາໂຮງງານຕັດຫຍິບລາວ

​ສະ​ມາ​ຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຈັດຝຶກອົບຮົມ ຫົວຂໍ້ “ການຄວບຄຸມ, ການປ້ອງກັນສະກັດກັ້ນ ແລະ ວິທີການຂັ້ນຕອນຂ້າເຊື້ອພະຍາດໂຄວິດ-19” ໃຫ້ຫົວໜ້າຫໍພັກແຮງງານ ໃນໂຮງງານຕັດຫຍິບລາວ ໃນຕອນເຊົ້າມື້ນີ້ວັນທີ 24 ມີນາ 2021 ທີ່ນະຄອນຫຼວງວຽງຈັນ. ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມໃຫ້ ສາມາດຮັບມືກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງບັນດາໂຮງງານອຸດສາຫະກໍາຕັດຫຍິບລາວ ແລະ ຮູ້ຈັກກັບວິທີຄວບຄຸມ,…