ວັກຊີນປ້ອງກັນພະຍາດໂຄວິດ-19 ຮອບທໍາອິດ ຈໍານວນ 132.000 ໂດສ ທີ່ໄດ້ຈາກໂຄງການ COVAX ມາຮອດລາວແລ້ວມື້ເຊົ້ານີ້

ໂຄງການຮ່ວມມືເພື່ອວັກຊີນປ້ອງກັນພະຍາດໂຄວິດ-19 (COVAX) ຊຶ່ງເປັນໂຄງ ການຮ່ວມມືລະຫວ່າງ ພັນທະມິດຮ່ວມມື ດ້ານນະວັດຕະກຳເພື່ອຮັບມືກັບການລະບາດ, ອົງການກາວີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ໄດ້ຊ່ວຍເຫຼືອວັກຊີນຕ້ານພະຍາດໂຄວິດ-19 ໃຫ້ແກ່ລາວ ຈໍານວນ 480.000 ໂດສ ໂດຍໄດ້ມີການຂົນສົ່ງມາຮອດລາວແລ້ວມື້ເຊົ້າວັນທີ 20 ມີນາ 2021 ນີ້…

ໂຄງການອາຫານທ່ຽງໃນໂຮງຮຽນປະຖົມ ສຶບຕໍ່ໄລຍະ 3 (2021-2025)

ອົງການບັນເທົາທຸກກາໂຕລິກ ຫຼື CRS ປະຈໍາລາວ ສືບຕໍ່ຊ່ວຍເຫຼືອໄລຍະ 3 ອີກ 5 ປີ (2021-2025) ກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນປະຖົມເປົ້າໝາຍຢູ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນຊຶ່ງໄລຍະ 3 ນີ້ແມ່ນຈະປະຕິບັດຢູ່ 1 ເມືອງ ຢູ່ແຂວງສະຫວັນນະເຂດ ແລະ ອີກ…

ທະນາຄານຮ່ວມພັດທະນາ ແລະ ວິທະຍາໄລຄູດົງຄຳຊ້າງ ຮ່ວມມືກ່ຽວກັບໂຄງການເງີນກູ້ເພື່ອການສຶກສາ

ທະນາຄານຮ່ວມພັດທະນາ (JDB) ແລະ ວິທະຍາໄລຄູດົງຄຳຊ້າງ ນະຄອນຫຼວງວຽງຈັນ ເຊັນສັນຍາຮ່ວມມືກ່ຽວກັບໂຄງການເງີນກູ້ ເພື່ອການສຶກສາ ແລະ ອອກບັດ ATM Healthy ເພື່ອຄຸ້ມຄອງອຸບັດເຫດ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູດົງຄຳຊ້າງ ຊຶ່ງຮ່ວມລົງນາມ ໂດຍ ທ່ານ​ ວິໄລ​ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ…

ກຸ່ມສ່ຽງສູງສຸດທີ່ອາດຈະຕິດເຊື້ອພະຍາດ ໂຄວິດ-19 ຈໍານວນ 31.046 ຄົນ ໄດ້ສັກຢາວັກຊີນເຂັມທໍາອິດແລ້ວ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ ເມື່ອວັນທີ 18 ມີນາ 2021 ທີ່ຜ່ານມາວ່າ:  ຮອດປັດຈຸບັນນີ້, ກຸ່ມສ່ຽງທໍາອິດ ຫຼື ກຸ່ມສ່ຽງ ສູງສຸດທີ່ອາດຈະຕິດເຊື້ອພະຍາດໂຄວິດ-19 ຊຶ່ງເປັນພະນັກງານແພດໝໍທີ່ເຮັດວຽກງານບໍລິ ການຢູ່ໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພະນັກງານຜູ້ທີ່ເຮັດວຽກຢູ່ຈຸດດ່ານຕ່າງໆ,…

ເປີດງານຕະຫຼາດນັດ ງົວ ແລະ ຄວາຍຄັ້ງທໍາອິດຂອງປະເທດ

ອໍານາດການປົກຄອງເມືອງແກ່ນທ້າວ ແຂວງ ໄຊຍະບູລີໄດ້ເປີດຕະຫຼາດນັດ ງົວ ແລະ ຄວາຍ ເມື່ອບໍ່ດົນມານີ້ ຢູ່ ບ້ານຈອມແກ້ວ ຊຶ່ງຕະຫຼາດນັດດັ່ງກ່າວຖືວ່າເປັນການເປີດຄັ້ງທໍາອິດຢູ່ປະເທດລາວ.  ທ່ານ ອໍາຄາ ລັດສະໝີ ກໍາມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງແກ່ນທ້າວ ໄດ້ກ່າວກ່ຽວກັບການເປີດຕະຫຼາດນັດໃນຄັ້ງນີ້ວ່າ: ການເປີດຕະຫຼາດນັດສັດໃນຄັ້ງນີ້ ເພື່ອເປັນການການຜັນຂະຫຍາຍມະຕິຕົກລົງທີ່ກອງປະຊຸມໃຫຍ່…

ປະເທດອາຊຽນ ຍັງມີແຕ່ປະເທດລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 18 ມີນາ 2021 ວ່າ: 10 ປະເທດອາຊຽນ ຍັງມີແຕ່ປະເທດລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19, ສະເພາະການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວມາຮອດປັັດຈຸບັນມີພຽງ 4 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ, ໃນນີ້…

ແຂວງ ສາລະວັນ ກຽມຫັນວຽກຂອງລັດ ໄປສູ່ລະບົບດີຈີຕອນ

ທ່ານ ສົມຄິດ ແສນທະວີ ຮັກສາການຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງສາລະວັນ ໄດ້ກ່າວໃນກອງປະຊຸມເຜີຍແຜ່ວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈີຕອນ ເມື່ອບໍ່ດົນມານີ້ ວ່າ: ຍຸກສັງຄົມປັດຈຸບັນ ເປັນຍຸກສະໄໝທີ່ຫັນມາໃຊ້ລະບົບເຕັກໂນໂລຊີ ດີຈີຕອນ ເຂົ້າໃນວຽກງານທາງລັດຖະການ, ການສຶກສາ-ການຮຽນຮູ້, ທຸລະກິດ…

ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1 ຈະສຳເລັດໃນເດືອນ ພຶດສະພາ 2021

ທ່ານ Wang Zigang ຫົວໜ້າທີມງານເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດໄດ້ລາຍງານຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຄະນະ ເນື່ອງໃນໂອກາດທີ່ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການດັ່ງກ່າວເມື່ອວັນທີ 17 ມີນາ 2021 ທີ່ຜ່ານມານີ້ວ່າ :  ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ…

ນັກ​ຮຽນ​ຊັ້ນ​ປະ​ຖົມ 46 ແຫ່ງ​ຢູ່ເມືອງ​ອຸ​ທຸມ​ພອນຈະໄດ້ຮັບອຸປະກອນການສຶກສາຈາກອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ

ນັກຮຽນຊັ້ນ​ປະ​ຖົມ 46 ແຫ່ງ​ຢູ່ເມືອງ​ອຸ​ທຸມ​ພອນ ແຂວງສະຫວັນນະເຂດ ຈະໄດ້ຮັບຊຸດນັກຮຽນ, ອຸປະກອນການສຶກສາ ແລະ ອຸປະກອນຮັກສາສຸຂະອະນາໄມໃຫ້ແກ່ໂຮງຮຽນ ຈາກອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ຊຶ່ງການຊ່ວຍເຫຼືອດັ່ງກ່າວນີ້ເພື່ອຊ່ວຍເຫຼືອຟື້ນຟູວຽກງານການສຶກສາ ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19. ພິທີເຊັນສັນຍາການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະໂມສອນສຶກສາສາມັກຄີ ເມືອງອຸທຸມພອນ ເຊັນໂດຍທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ…

ສະຫະພາບເອີຣົບ ໃຫ້ທຶນ 2,8 ລ້ານເອີໂຣໃຫ້ແກ່ລາວ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19

ສະຫະພາບເອີຣົບໃຫ້ທຶນຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈໍານວນ 2,8 ລ້ານເອີໂຣ ຫຼື ປະມານ 32 ຕື້ກີບ ໂດຍມີໄລຍະເວລາ 3 ປີ ນັບແຕ່ປີ 2021 – 2023 ຊຶ່ງໜ້າວຽກໃນການຕອບໂຕ້ພະຍາດດັ່ງກ່າວໃນຄັ້ງນີ້ ຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19…