ດື່ມສິ່ງມຶນເມົາ ຍັງເປັນສາເຫດຫຼັກຂອງການເກີດອຸບັດເຫດ ຕາມທ້ອງຖະໜົນ
ການເກີດອຸບັດເຫດຕາມທ້ອງຖະໜົນ ຍັງມີທ່າອ່ຽງເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫຍ່ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຂັບຂີ່ໄວເກີນກໍານົດ, ແຊງບໍ່ຮັບປະກັນ ແລະ ອື່ນໆ ຊຶ່ງເປັນບັນຫາຫຼັກເຮັດໃຫ້ເກີດອຸບັດເຫດ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະເດືອນ. ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນກຸມພາ 2021 ຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຊາບວ່າ: ສໍາລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກດື່ມສິ່ງມຶນເມົາມີເຖິງ 265 ຄັ້ງ,…

