ຫ້ອງວ່າການແຂວງບໍ່ແກ້ວ ອະນຸຍາດເປີດເດີນເຮືອຢູ່ດ່ານສາກົນບ້ານມອມ 1 ເດືອນ
ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ກຽ່ວກັບການອະນຸຍາດໃຫ້ດຳເນີນການເດີນເຮືອຂົນ ສົ່ງສິນຄ້າຜ່ານແດນຈຸດດ່ານສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ 1 ເດືອນ ຫຼື ພາຍໃນເດືອນມີນາ 2021 ນີ້ ພາຍຫຼັງທີ່ໄດ້ແຈ້ງການໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າຜ່ານແດນເປັນການຊົ່ວຄາວ ນັບ ແຕ່ວັນທີ 28 ກັນຍາ 2020 ເປັນຕົ້ນມາ. ຫ້ອງວ່າການແຂວງ ແຈ້ງໃຫ້ຮູ້ຕື່ມວ່າ:…

