ກຸ່ມທີ່ມີຄວາມສ່ຽງສູງຈາກພະຍາດໂຄວິດ-19 ແຂວງຫຼວງນໍ້າທາໄດ້ສັກຢາວັກຊີນປ້ອງກັນພະຍາດດັ່ງກ່າວແລ້ວ

ພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ ໄດ້ຈັດພິທີສັກຢາວັກຊີນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ເມື່ອວັນທີ 9 ມີນາ 2021 ທີ່ຜ່ານມານີ້ ຢູ່ທີ່ໂຮງໝໍແຂວງຫຼວງນໍ້າທາ ໂດຍໃຫ້ກຽດເຂົ້າຮ່ວມສັກຢາວັກຊີນດັ່ງກ່າວໃນຄັ້ງນີ້ນໍາໂດຍທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າຄະນະປ້ອງກັນ ສະກັດກັ້ນ ແລະ…

ແຂວງ ຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນ 30ຄັ້ງ ໃນເດືອນກຸມພາຜ່ານມານີ້

ພະແນກຕໍາຫຼວດຈາລະຈອນ ປກສ ແຂວງຫຼວງນໍ້າທາ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນເດືອນກຸມພາ ປີ2021 ຜ່ານມານີ້, ແຂວງຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນທັງໝົດ 30 ຄັ້ງ ແລະ ມີຜູ້ເສຍຊີວິດ 4 ຄົນ, ມີຜູ້ບາດເຈັບສາຫັດ 29 ຄົນ ແລະ ເລັກນ້ອຍ…

ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງໜ້າເປັນຫ່ວງໂດຍມິຜູ້ເສຍຊີວິດແລ້ວຫຼາຍກວ່າ 2,5 ລ້ານຄົນໃນທົ່ວໂລກ

 ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ປັດຈຸບັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ທົ່ວໂລກຍັງໜ້າເປັນຫ່ວງເຖີິງແມ່ນວ່າຈະມີວັກຊີນປ້ອງກັນພະຍາດນີ້ແລ້ວກໍ່ຕາມ  ໂດຍຍັງມີ 219 ປະເທດ/ເຂດ ທີ່ຍັງມີການແຜ່ລະບາດຂອງພະຍາດນີ້, ໂດຍມີຜູ້ເສຍຊິວິດແລ້ວຫຼາຍກວ່າ  2,5 ລ້ານຄົນ ຈາກຜູ້ຕິດເຊື້ອສະສົມຫຼາຍກວ່າ 116 ລ້ານຄົນ ໃນນີ້ປິ່ນປົວຫາຍດີຫຼາຍກວ່າ…

ອົງການຢູນີເຊັບ ແລະ ຄະນະວິທະຍາສາດສັງຄົມ ຮ່ວມມືການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ

ອົງການຢູນີເຊັບ ຮ່ວມກັບ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ເປີດໂຄງການຮ່ວມມືດ້ານວິຊາການ ກ່ຽວກັບ ການປະເມີນ ແລະ ການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ມີນາ 2021 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍເຂົ້າຮ່ວມເປີດໂຄງການຂອງທ່ານ Dr. Pia Britto Rebello,…

ເມືອງໄຊຍະບູລີ ປະກາດ 14 ຫ້ອງການເປັນກົມກອງວັດທະນະທຳ

 ອໍານາດການປົກຄອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ 14 ຫ້ອງ ການເປັນກົມກອງວັດທະນະທຳ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ແຂວງໄຊຍະບູລີ.  ທ່ານ ຂັນທອງ ວິໄລສັກ…

ໂຄງການສຶກສາ-ສຳຫຼວດ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກໍາເພື່ອທຳການຜະລິດ

ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໂຄງການສຶກສາ-ສຳຫຼວດ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ ຢູ່ເຂດເມືອງມຸນລະປະໂມກ ແຂວງຈໍາປາສັກ. ໂຄງການດັ່ງກ່າວມີເນື້ອທີ່ປະມານ 58.296 ເຮັກຕາ ທີ່ຈະຕ້ອງໄດ້ສຶກສາ-ສໍາຫຼວດ ໃນໄລຍະເວລາ 3 ປີ ເພື່ອເປັນການປະເມີນການປູກຝັງວ່າພືດຊະນິດໃດທີ່ເໝາະສົມຢູ່ເຂດດັ່ງກ່າວ…

ງານເດີນແບບອາພອນເຜົ່າເພື່ອຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 111 ປີ

ຄະນະສະຫະພັນແມ່ຍິງແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະຮາກຖານ ແລະ ໜ່ວຍແມ່ຍິງ ແຂວງສະຫວັນນະເຂດໄດ້ຈັດງານເດີນແບບອາພອນເຜົ່າເມື່ອ ບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ແມ່ຍິງຍຸກໃໝ່ໃສ່ໃຈວັດທະ ນະທຳ” ທີ່ສູນການຄ້າສະ ຫວັນ-ໄອເຕັກ ເພື່ອເປັນການສະເຫຼີມສະຫຼອງ ແລະ ຕ້ອນຮັບວັນແມ່ຍິງສາກົນ ວັນທີ 8 ມີນາ  ຄົບຮອບ 111…

ເຊກອງກຽມສ້າງເມືອງໃໝ່ອີກໜຶ່ງເມືອງເພື່ອໃຫ້ໄດ້ຄົບຕາມກົດໝາຍການປົກຄອງ

ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ແຂວງເຊກອງກຽມຈະຂະຫຍາຍເມືອງໃໝ່ອີກ1 ເມືອງເປັນ 5 ເມືອງພາຍໃນແຂວງເພື່ອໃຫ້ຄົບມາດຖານກົດໜາຍການປົກຄອງແຂວງທີ່ໃຫ້ມີຢ່າງໜ້ອຍ 5 ເມືອງຂຶ້ນໄປ ຊຶ່ງການສ້າງເມືອງໃໝ່ຂຶ້ນອີກ 1 ເມືອງນີ້ແມ່ນຈະໃຫ້ສໍາເລັດພາຍໃນ 2 ປີ (2021-2022) ຫຼື ຊ້າສຸດຈະໃຫ້ສໍາເລັດໃນແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າ (…

ລັດຖະບານລາວເພີ່ມງົບປະມານອີກ 10 ລ້ານໂດລາເພື່ອຊື້ວັກຊີນຕ້ານໂຄວິດ-19

ລັດຖະບານລາວ ໄດ້ຢືມເງິນ ຈໍານວນ 10 ລ້ານ ໂດລາຈາກທະນາຄານໂລກ ເພື່ອແນໃສ່ໂຄງການການຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໂດຍການຊື້ວັກຊີນຕ້ານພະຍາດດັ່ງກ່າວໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19 ຢ່າງພຽງພໍ ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ ແລະ ການສ້າງສະພາບແວດລ້ອມໃນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດດັ່ງກ່າວອີກດ້ວຍ.…

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ໄດ້ມອບປື້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ສະເຫຼີມສະຫລອງ ມິດຕະພາບລາວ-ຈີນ ແລະ ການລະນຶກວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ. ພິທີມອບຮັບປື້ມດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 5 ມີນາ 2021 ທີ່ຜ່ານມາ ຢູ່ສໍານັກງານໜັງສືພິມພາສາຕ່າງປະເທດ…