ສະຫວັນນະເຂດກຽມແກ້ໄຂບັນຫາການສໍາປະທານດິນເຮັດກະສິກໍາ ແລະ ປ່າໄມ້ພາຍໃນແຂວງ

ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ການຄຸ້ມຄອງເນື້ອທີ່ດິນລັດທີ່ໃຫ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດສໍາປະທານເພື່ອດໍາ ເນີນ ທຸລະກິດດ້ານກະສິກໍາ ແລະ ປ່າໄມ້ພາຍໃນ ແຂວງສະຫວັນນະເຂດຍັງພົບຄວາມຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງໄດ້ແກ້ໄຂໂດຍສະເພາະຍັງມີບາງບໍລິສັດບໍ່ມີທີ່ຕັ້ງສໍານັກງານ, ບໍ່ມີພະນັກງານປະຈໍາ, ຕິດຕໍ່ພົວພັນບໍ່ໄດ້ ແລະ ອື່ນໆ. ທ່ານ ບຸນແຖວ ເຫມມະນີ ຫົວໜ້າຂະແໜງຄຸ້ມຄອງ ແລະ…

ເຊກອງຈະເປີດດ່ານສາກົນແຫ່ງທຳອິດກັບປະເທດຫວຽດນາມໃນເດືອນໜ້າເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ

ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ວ່າ: ແຂວງເຊກອງໄດ້ຍົກລະດັບດ່ານປະເພນີ ເປັນດ່ານສາກົນ ຊຶ່ງຈະເປັນດ່ານສາກົນທຳອິດກັບປະເທດຫວຽດນາມ ແລະ ຈະມີພິທີເປີດໃນວັນທີ 24 ມີນາ 2021 ທີ່ຈະມາເຖິງນີ້ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ. ທ່ານເຫຼັກໄຫຼ ສີວິໄລ ເຈົ້າ​ແຂວງ​ເຊກອງ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍເມື່ອບໍ່ດົນມານີ້ກຽ່ວກັບການເປີດດ່ານດັ່ງກ່າວວ່າ: ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງທີ່ຈະຍົກລະ…

ອຸບັດເຫດຕາມທ້ອງຖະໜົນຢູ່ທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນ

ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສະ ເພາະເດືອນມັງກອນ 2021 ຜ່ານມານີ້ມີຜູ້ເສຍຊີວິດ 106 ຄົນ, ລວມມູນຄ່າຄວາມເສຍຫາຍທັງໝົດ 11 ຕື້ກ່ວາກີບ, ສ່ວນສາເຫດແມ່ນຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເກີດຂຶ້ນຈໍານວນຫຼາຍ. ອີງ​ຕາມ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມັງກອນ 2021 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ…

ເດັກນ້ອຍປະມານ 75.000 ຄົນຍັງຂາດສານອາ ຫານໃນແຕ່ລະປີ

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ປະຈຸບັນນີ້ຢູ່ ສປປ ລາວ ຍັງມີເດັກນ້ອຍ 1 ໃນ 2 ຄົນເປັນເລືອດຈາງ, ມີ 1 ໃນ 2 ຂອງແມ່ຍິງໄວຈະເລີນພັນ ມີພາວະເລືອດຈາງ, ເດັກນ້ອຍປະມານ 75.000 ຄົນ ຍັງຂາດສານອາຫານ (ຈ່ອຍຜອມ)…

ມີ 16 ບໍລິສັດໃຫຍ່ທີ່ລົງທຶນດ້ານກະສິກໍາຢູ່ແຂວງບໍລິຄໍາໄຊ

ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາລົງທຶນດ້ານກະສິກໍາຢູ່ແຂວງບໍລິຄໍາໄຊເປັນຈໍານວນ ຫຼາຍຊຶ່ງຮອດປັດຈຸບັນນີ້ມີ 16 ບໍລິສັດ, ໃນນີ້ມີ 6 ບໍລິສັດທີ່ລົງທຶນການປູກກ້ວຍ ໃນເນື້ອທີ່ 1.860 ເຮັກຕາ, ປູກຖົ່ວລຽນ 1 ບໍລິສັດ ໃນເນື້ອທີ່ 130 ເຮັກຕາ, ປູກໝາກມ່ວງ…

ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມຢ່າງເປັນທາງການ

ອໍານາດການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດການທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົົນມີສ່ວນຮ່ວມຢູ່ເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ສະຫວັນນະເຂດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້. ປັດຈຸບັນນີ້, ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ມີການພັດທະນາພື້ນຖານໂຄງລ່າງ ແລະ…

ຄົນລາວຈໍານວນຫຼາຍຍັງນິຍົມສິນຄ້ານໍາເຂົ້າ

ເປັນຫຍັງຄົນລາວຍັງນິຍົມສິນຄ້ານໍາເຂົ້າທັງໆທີ່ສິນຄ້າບາງຢ່າງຂອງຄົນລາວຄຸນນະພາບເທົ່າທຽມກັນ ຫຼື ດີກວ່າຊໍ້າ ນອກນັ້ນລາຄາຍັງຖືກກວ່າ ແລະ ເປັນຜະລິດຕະພັນທີ່ຄົນລາວຜະລິດເອງ? ນີ້ອາດເປັນຄໍາຖາມທີ່ຜູ້ປະກອບການພາຍໃນທຸກໆທ່ານຢາກຕັ້ງຄໍາຖາມໄປເຖິງຜູ້ທີ່ນິຍົມສິນຄ້ານໍາເຂົ້າ ຫຼື ສິນຄ້າຕ່າງປະເທດ. ບໍລິສັດ ເອັສອີເອັສ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນບໍລິສັດທີ່ຜະລິດໝໍໍ້ແປງໄຟຟ້າຍີ່ຫໍ້ SK  ຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ ກໍ່ເປັນບໍລິສັດໜຶ່ງທີ່ໄດ້ຮັບຜົນກະທົບຈາກໝໍ້ແປງນໍາເຂົ້າ. ທ່ານ…

ສສຊ ແລະ ສສຂ ແຂວງໄຊສົມບູບປະກອບມີ 6 ຊົນເຜົ່າ

ແຂວງໄຊສົມບູນເປັນເຂດເລືອກຕັ້ງທີ 18 ມີຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9  ປະກອບມີ 6 ເຜົ່າ ຄື: ເຜົ່າລາວ, ເຜົ່າອິວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຜູ້ໄທ ແລະ ເຜົ່າ ອາຄາ ໂດຍມີຜູ້ຮັບສະໝັກເລືອກຕັ້ງ ສສຊ…

ປະຊາຊົນຍັງໃຊ້ທ່າເຮືອນ້ອຍລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍ ແລະ ການລັກລອບ ເຂົ້າເມືອງ ຢູ່ແຂວງສະຫວັນນະເຂດ

ອໍານາດການປົກຄອງແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ຢູ່ຕາມທ່າເຮືອນ້ອຍຕ່າງໆຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດທີ່ຕັ້ງຢູ່ລຽບແຄມແມ່ນ້ຳຂອງເຊັ່ນ: ທ່າຈອມແກ້ວ, ທ່າດອນເຊັງ ແລະ ທ່າວຽງສະຫວັນ ຍັງມີປະກົດການລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍລວມເຖິງການລັກລອບເຂົ້າເມືອງແບບ ຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ໄທ. ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດໄດ້ລົງສຳຫຼວດຢູ່ຈຸດທ່າເຮືອນ້ອຍດັ່ງກ່າວ ເມື່ອບໍ່ດົນມານີ້ ເພື່ອຊີ້ນໍາໃຫ້ເຈົ້າໜ້າທີ່ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນປະກົດການຫຍໍ້ທໍ້ດັ່ງກ່າວ ໂດຍເພີ່ມຄວາມເຂັ້ມງວດໃນການກວດ ກາລາດຕະເວນ. ພ້ອມນີ້ທ່ານຍັງໄດ້ລົງຕິດຕາມສະພາບສູນຈໍາກັດບໍລິເວນຢູ່ສະໜາມກິລາຫຼັກ 4…

ແຂວງອັດຕະປື ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ການຮ່ວມມືຫຼາຍວຽກງານ

ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຂວງອັດຕະປື ໄດ້ເຊັນສັນຍາຫຼາຍວຽກງານສໍາຄັນ, ຊຶ່ງປະກອບມີ: ວຽກງານເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ ກັບພາກພື້ນ ແລະ ສາກົນ ເພື່ອຊອກຫາຕະຫຼາດຈຳໜ່າຍສິນຄ້າລາວ ກໍ່ຄືສິນຄ້າຂອງ ແຂວງອັດຕະປື, ວຽກງານສົ່ງເສີມການພັດທະນາ ແລະ ຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ,…