ພົບພະຍາດໄຂ້ຍຸງລາຍຢູ່ລາວແຜ່ເຊື້ອໃນລະດູໜາວ

ຕາມປົກກະຕິຜ່ານມາແລ້ວພະຍາດໄຂ້ຍຸງລາຍຈະແຜ່ເຊື້ອ ໃນລະດູຝົນເທົ່ານັ້ນ, ແຕ່ປັດຈຸບັນນີ້ຢູ່ ປະເທດລາວເຮົາພົບພະຍາດໄຂ້ຍຸງລາຍທີ່ແຜ່ເຊື້ອໃນລະດູໜາວແລ້ວຊຶ່ງໃນນີ້ຖືວ່າເປັນປະກົດການໃໝ່ຂອງພະຍາດນີ້. ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວ ກ່ຽວກັບສະພາບຂອງການແຜ່ລະບາດຂອງພະຍາດຍຸງລາຍເມື່ອບໍ່ດົນມານີ້ວ່າ: ເປັນປະກົດການໃໝ່ຂອງພະຍາດໄຂ້ຍຸງລາຍຢູ່ລາວທີ່ສາມາດແຜ່ເຊື້ອໃນລະດູໜາວເພາະຜ່ານມາບໍ່ເຄີຍພົບພະຍາດນີ້ແຜ່ລະບາດໃນລະດູນີ້ເລີຍ. ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2020 ນີ້ ຢູ່ລາວມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າ 8.000…

ພັກ-ລັດ ຕັ້ງກອງບຸນ 13 ກອງ ເພື່ອອຸທິດໃຫ້ດວງວິນຍານທ່ານ ປະທານ ໄກສອນ ພົມວິຫານ

 ການນຳພັກ, ລັດ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວໄດ້ຕັ້ງກອງບຸນ 13 ກອງ ເມື່ອວັນທີ 12 ທັນວາ 2020 ທີ່ຜ່ານມາ ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ…

ໂຮງໝໍມິດຕະພາບ 150 ຕຽງ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກຈາກບໍລິສັດ ລາວອາຊີ

 ບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດໄດ້ມອບຜ້າອັດປາກອະນາໄມ ຈຳນວນ 10.000 ແຜ່ນ ເພື່ອປ້ອງກັນພະຍາດ ໂຄວິດ-19 ໃຫ້ໂຮງໝໍມິດຕະພາບ150 ຕຽງ. ພິທີມອບ-ຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ) ຊຶ່ງກ່າວມອບໂດຍ ທູດເສດຖະກິດຈາກສຳນັກງານທູດເສດຖະກິດຈີນ ທ່ານ…

ປະເທດລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຈີນ ແລະ ກໍາບູເຈຍ. ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ…

ງານວາງສະແດງຜະລິດຕະພັນລາວ ຈະຈັດຂຶ້ນທາ້ຍເດືອນນີ້

ງານວາງສະແດງຜະລິດຕະພັນລາວ 2020 (Made in Laos 2020 ) ເພື່ອກະຕຸ້ນເສດຖະກິດພາຍໃນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19, ກຽມຈັດຂຶ້ນລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ,…

ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້ຢ່າງແນ່ນອນ…

ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຍ້ອນອຸບັດເຫດຫຼາຍກວ່າແຂວງອື່ນໆ ໃນເດືອນພະຈິກຜ່ານມາ 

ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດເກີດຂຶ້ນຫຼາຍກ່ວາໝູ່ໃນຂອບເຂດທົ່ວປະເທດ ໃນເດືອນພະຈິກ 2020 ຜ່ານມາ ແມ່ນຢູ່ ນະຄອນຫຼວງວຽງຈັນ, ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 25 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 145 ກໍລະນີ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ ມີຜູ້ເສຍຊີວິດ…

ຫ້າມລົງໂທດປະຫານຊີວິດຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເກີນ 60 ປີ ໃຫ້ໃສ່ໂທດຕັດອິດສະລະພາບຕະຫຼອດຊີວິດແທນ

ອີງຕາມມາດຕາທີ 51 ກ່ຽວກັບໂທດປະຫານຊີວິດ ຂອງໝວດທີ 5 ນີ້ລະບຸໄວ້ວ່າ: ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາທີ່ກໍາກົດການກະທໍາຜິດທາງອາຍາ ແລະ ໂທດ. ການປະຫານຊີວິດຢູ່ ສປປ ລາວ ແມ່ນໃຫ້ປະຕິບັດດ້ວຍການຍິງເປົ້າ. ໃນໂທດປະຫານຊີວິດນີ້ຕາມປະມວນກົດໝາຍ ຍັງມີຂໍ້ຍົກເວັ້ນປະຫານຊີວິດຜູ້ກະທໍາຜິດ ເຊັ່ນ: ບຸກຄົນທີ່ກະທໍາຜິດທີ່ມີອາຍຸຕໍ່າກວ່າ 18 ປີ,…

ຖວທ ໄດ້ສຸມທຸກຄວາມສາມາດນໍາພາ-ຊີ້ນໍາວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ

ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ), ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຕອນເຊົ້າຂອງວັນທີ 10 ທັນ…

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແຂວງສະຫວັນນະເຂດ ຊ່ວຍແນວພັນເຂົ້ານາແຊງ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງ ກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ມອບແນວພັນເຂົ້າຮຸ່ນ 3 ຈໍານວນ 151 ໂຕນໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດເພື່ອໄປແຈກຢາຍໃຫ້ປະຊາຊົນຢູ່ 8 ເມືອງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ. ພິທີມອບ-ຮັບແນວພັນເຂົ້າຈໍານວນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ ພະແນກກະສິກໍາ…