ທ່ານ ບົວວັນ ອຸດົມສຸກ ຊະນະເລີດການແຂ່ງຂັນ ສີມືຊ່າງແຄນດີເດັ່ນທົ່ວປະເທດປະຈຳປີ 2020

ປິດລົງດ້ວຍຜົນສໍາເລັດໃນຕອນແລງຂອງວັນທີ 19 ທັນວາ 2020 ທີ່ຜ່ານມາຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ສໍາລັບງານມະໂຫລານ “ສຽງແຄນເຊື້ອຊາດລາວມໍລະດົກໂລກ” ຊຶ່ງງານດັ່ງກ່າວຈັດຂຶ້ນເພື່ອສະເຫຼີມສະຫຼອງວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ…

ຊົມເຊີຍ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ

 ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ສົ່ງສານ ເຖິງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເມື່ອວັນທີ 17 ທັນວາ 2020 ທີ່ຜ່ານມາເນື່ອງໃນໂອກາດ ຄົບຮອບ…

ຍີ່ປຸ່ນຊ່ວຍເຫຼືອອຸປະກອນກວດຫາເຊື້ອພະຍາດໂຄວິດ-19

ກະຊວງສາທາລະນະສຸກປະເທດຍີ່ປຸ່ນຊ່ວຍເຫຼືອອຸປະກອນການແພດ ໃຫ້ແກ່ລັດຖະບານລາວ ຊຶ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ–19, ປະກອບມີເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ. ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ…

ງານນັດພົບແຮງງານປີ 2020 ມີ 5.000 ກວ່າຕໍາແໜ່ງງານໄວ້ຕ້ອນຮັບນັກສຶກສາປີສຸດທ້າຍ ຫຼື ຜູ້ທີ່ກໍາລັງຊອກວຽກ

ງານນັດພົບແຮງງານນະຄອນຫຼວງວຽງຈັນ ສໍາລັບປີ 2020 ໄດ້ຈັດຂຶ້ນ ລະຫວ່າງວັນທີ 18-21 ທັນວາ ນີ້ທີ່ ຫ້ອງການພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ມີຈຸດປະສົງເພື່ອເປີດໂອກາດໃຫ້ບັນດາຫ້າງຮ້ານບໍລິສັດທີ່ມີຄວາມຕ້ອງການພະນັກງານເຂົ້າຮ່ວມ ແລະ ເພື່ອຊອກຫາຜູ້ທີ່ຈະເຮັດວຽກນໍາເຂົາເຈົ້າ. ໃນງານດັ່ງກ່າວມີຕຳແໜ່ງວ່າງຫຼາຍກວ່າ 5.000 ຕຳແໜ່ງ ແລະ ຄາດວ່າຫຼາຍກ່ວາ…

ບໍລິສັດ ຟໍເຕ-ໂຕໂກ ລາວ ກຽມສຶກສາໂຄງການປະກັນໄພນັກທ່ອງທ່ຽວ ຢູ່ ສປປ ລາວ

ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈຳກັດ ກຽມສຶກສາຄວາມເປັນໄປໄດ້ໂຄງການປະກັນໄພສໍາລັບນັກທ່ອງທ່ຽວຢູ່ ສປປ ລາວ, ຊຶ່ງຈະເປັນຜູ້ສຶກສາສຳຫຼວດ ເພື່ອຮັບປະກັນວ່າໂຄງການດັ່ງກ່າວນີ້ ຈະມີປະສິດທິພາບ ແລະ ຜົນປະໂຫຍດສູງສຸດສຳລັບນັກທ່ອງທ່ຽວ ແລະ ລັດຖະບານ. ສໍາລັບ ໂຄງການປະກັນໄພນັກທ່ອງທ່ຽວ ເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍເຫຼືອອຸດສາຫະກຳການທ່ອງທ່ຽວໃຫ້ມີສະເຖຍລະພາບ, ຊຶ່ງຈະຊ່ວຍໃຫ້ນັກທ່ອງທ່ຽວມີຄວາມສະບາຍໃຈ ບໍ່ມີຄວາມກັງວົນ…

ເສຍຊີວິດ 824 ຄົນ ຈາກອຸບັດເຫດ ແລະ 10 ຄົນຈາກອັກຄີໄພໃນປີ 2020

ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ກ່ຽວກັບການປະຕິບັດງານ ດ້ານຄວາມປອດໄພໃນປີ 2020 ວ່າ: ພຽງປີດຽວ ຫຼື ສະເພາະປີ 2020 ນີ້ມີຜູ້ເສຍຊີວິດ 824 ຄົນ, ຖືກບາດເຈັບ 7.897 ຄົນ ແລະ ພາຫະນະເປ່ເພ ເສຍຫາຍ 9.578 ຄັນ…

ປີ 2020 ມີຄະດີກ່ຽວກັບຢາເສບຕິດ 3.519 ຄະດີທີ່ເກີດ ຂຶ້ນໃນທົ່ວປະເທດ

ການຄ້າຂາຍຢາເສບຕິດ ຢູ່ ສປປ ລາວ ຍັງແກ້ໄຂບໍ່ຕົກ ແລະ ມີທ່າທີຈະເພີ່ມຂຶ້ນເລື້ອຍໆເຖິງແມ່ນວ່າເຈົ້າໜ້າທີ່ສະເພາະກິດຈະມີການຈັບ, ຢຶດ ແລະ ມີມາດຕະການຕ່າງໆເພື່ອແກ້ໄຂບັນຫາດັ່ງກ່າວກໍ່ຕາມ ທ່ານພົນຈັດຕະວາ ສົມມະນີ ໄຊຍະພັນ ຫົວໜ້າ ຫ້ອງການກະຊວງປ້ອງກັນຄວາມສະຫງົບໄດ້ລາຍງານທີ່ ກອງປະຊຸມສະຫຼຸບກ່ຽວກັບການປະຕິບັດງານດ້ານຄວາມປອດໄພໃນປີ 2020 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້. ທ່ານກ່າວຕື່ມວ່າ: ປີ…

ເຫດເກີດລະເບີດ ແລະ ມີໄຟລຸກໄໝ້ຢູ່ດ່ານສາກົນແດນສະຫວັນເກີດຈາກ ການລັກລອບຂົນບັ້ງກະໂພກ ແລະ ບັ້ງໄຟພຸ

ກອງບັນຊາການປ້ອງກັນຄວາມສະຫງົບ ( ປກສ ) ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເຫດເກີດລະເບີດ ແລະ ມີໄຟລຸກໄໝ້ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດໃນວັນທີ 3 ທັນວາ 2020 ທີ່ຜ່ານມາ ເກີດຈາກ ການແຕກຂອງບັ້ງກະໂພກ ປິ່ງປ໋ອງ ແລະ ບັ້ງໄຟພຸຈຳນວນຫຼາຍທີ່ລັກລອບ…

ນະຄອນຫຼວງແຈ້ງຫ້າມຂຶ້ນລາຄາສິນຄ້າ 4 ປະເພດໃນໄລຍະສະຫຼອງບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປິໃໝ່

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ເມື່ອບໍ່ດົນມານີ້ ເຖິງພໍ່ຄ້າ-ແມ່ຄ້າຊາວຂາຍຢູ່ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າປະເພດ ເຂົ້າກິນ, ຊິ້ນໝູ ແລະ ປານິນກະຊັງໃນໄລຍະສະຫຼອງບຸນສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປິໃໝ່ສາກົນປີ 2021 ແລະ…

ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໃນປີ 2021

ກົມຄວບຄຸມພະຍາດຕິດຕໍ່ ແຈ້ງໃຫ້ຮູ້ວ່າ: ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ພາຍໃນໃນປີ 2021 ນີ້, ສ່ວນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະຢຸດຈຶ້ງ, ຫຼຸດລົງ ຫຼື ເພີ່ມຂຶ້ນ ນັ້ນຍັງບໍ່ຮູ້ ຍ້ອນວ່າປັດຈຸບັນນີ້ຫຼາຍປະເທດໄດ້ເຂົ້າສູ່ລະດູໜາວຊຶ່ງເປັນລະດູທີ່ເອື້ອອໍານວຍໃຫ້ແກ່ການຊຶມເຊື້ອ ຫຼື ການແຜ່ລະບາດຂອງພະຍາດນີ້ ບວກກັບຫຼາຍປະເທດຍັງມີມາດຕະການປ້ອງກັນພະຍາດນີ້ຍັງບໍ່ທັນເຂັ້ມແຂງ ແລະ ຮັດກຸມ.…