ນາຍົກສັ່ງໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງການດ່ວນໃນຕອນເຊົ້າຂອງມື້ວັນທີ 22 ທັນວາ 2020 ກ່ຽວກັບພະຍາດໂຄວິດ-19 ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພໍ່ແມ່ພີ່ນ້ອງຊາວລາວທີ່ເຄົາລົບ ແລະ ຮັກແພງທັງຫຼາຍມື້ນີ້ພວກເຮົາໄດ້ຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດໂຄວິດ-19 ໃນທົ່ວໂລກກໍ່ຄືປະເທດຂອງພວກເຮົາ ຂ້າພະເຈົ້າມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວ ໂດຍສື່ສານຜ່ານສື່ມວນຊົນເພື່ອສື່ສານກັບພີ່ນ້ອງຊາວລາວໃນຂອບເຂດທົ່ວປະເທດໃຫ້ຊາບທົ່ວເຖິງກັນກ່ຽວກັບການໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາປ້ອງກັນ,…

