ວິທະຍາໄລຄູ ດົງຄໍາຊ້າງ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ

ວິທະຍາໄລຄູ ດົງຄໍາຊ້າງ ຮ່ວມມືກັບ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 17 ກໍລະກົດ 2020 ກ່ຽວກັບການບໍລິການ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ (ATM), ເພື່ອ ໃຫ້ນັກສຶກສາມີຄວາມສະດວກໃນການໂອນເງິນ ຖອນເງິນໂດຍນໍາໃຊ້ຮ່ວມກັນກັບບັດນັກສຶກສາ ເລິຍ. ໃນພິທີເຊັນສັນຍາດັ່ງກ່າວ, ທ່ານ…

ເດັກນ້ອຍລາວ 1 ໃນ 3 ຄົນ ຍັງຂາດສານອາຫານ

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາ ກັດ ຍ້ອນຜົນສະທ້ອນຈາກ ການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ…

ມີ 65 ທຶນຮຽນຟຣີສໍາລັບນັກຮຽນທີ່ຈົບຊັ້ນປະຖົມທີ່ມີຖານະຄອບຄົວທຸກຍາກ

ວິທະຍາໄລວຽງຈັນພັດທະນາອາຊີບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ທາງວິທະຍາໄລວຽງຈັນພັດທະນາອາຊີບ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລງວຽງຈັນ ມີທຶນຮຽນຟຣີ 65 ທຶນ (25 ທຶນກ່ຽວກັບສາຂາວິຊາແຕ່ງອາຫານ, 20 ທຶນກ່ຽວກັບສາຂາວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ 20 ທຶນກ່ຽວກັບວິຊາການໂຮງແຮມ) ສໍາລັບນັກຮຽນທີ່ຈົບຊັ້ນປະຖົມເທົ່ານັ້ນ,…

ຕຳຫຼວດຈະລາຈອນ ໂຄສະນາເຜີຍແຜ່ການສັນຈອນຕາມເສັ້ນທາງ

ພະແນກ ຕຳຫຼວດຈະລາຈອນ ປກສ ເມືອງເງິນ ແຂວງ ໄຊຍະບູລິ ຮ່ວມກັບ ບໍລິສັດ ໄຟຟ້າ ຫົງສາຈໍາກັດ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບ ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ. ການໂຄສະນາເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ໂຮງຮຽນ…

ນະຄອນຫຼວງວຽງຈັນເລັ່ງດັດແກ້ຫຼາຍວຽກງານຍ້ອນຜົນກະທົບຈາກ COVID-19

ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ: ໂຕເລກເສດຖະກິດ ຢູ່ ນວ ຂະຫຍາຍໂຕຫຼຸດແຜນ 3,2 % ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ຊຶ່ງຂະຫຍາຍຕົວພຽງ 6,3 %, ຕາມຄາດໜາຍທີ່ວາງໄວ້ແມ່ນ 9,5%. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ…

ພົບໜອນ ແລະ ຂີ້ໄຂ່ຂາງ ຢູ່ນໍາອາຫານເຂດຮ້ານອາຫານແຖວເດີ່ນບິນເກົ່າທີ່ເມືອງວັງວຽງ

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄປທ່ຽວເມືອງວັງວຽງ ແຂວງວຽງຈັນຕ່າງກໍ່ຮູ້ກັນດີ ເຖິງຄວາມສວຍງາມທາງທໍາມະຊາດ ບໍ່ວ່າຈະເປັນພູຜາປ່າໄມ້ ແລະ ແຫຼ່ງທ່ອງທ່ຽວຕ່າງໆພາຍໃນເມືອງວັງວຽງ. ແຕ່ຄຽງຄູ່ກັບຄວາມສວຍງາມພັດຍັງມີສິ່ງທີ່ສົ່ງຜົນກະທົບໃຫ້ການທ່ອງທ່ຽວ ຫຼື ນັກທ່ອງທ່ຽວຢູ່ເມືອງວັງວຽງ ລົດໜ້ອຍຖອຍລົງ, ຊຶ່ງຫຼ້າສຸດນັກທ່ອງທ່ຽວກຸ່ມໜຶ່ງທີ່ພວກເຂົາໄປທ່ຽວ ເມືອງວັງວຽງ ແລະ ຊອກກິນເຂົ້າ ພວກເຂົາໄດ້ສັ່ງອາຫານ ແລະ ເມື່ອເວລາກິນພົບວ່າມີໜອນ…

92 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ຢູ່ນະຄອນຫຼວງວຽງຈັນ

ໃນ 6 ເດືອນ ຕົ້ນປີ, ນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 448 ກໍລະ­ນີ ແລະ ມີຜູ້ເສຍຊີວິດແລ້ວ 92 ຄົນ, ຊຶ່ງ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 953 ຄັນ ແລະ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 616.…

ລັດເລັ່ງແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່

ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາອົງການ ຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາ ແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ…

ຝົນຈະຕົກໜັກ ລົມພັດ ແຮງໃນບາງທ້ອງຖີ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 16-19 ກໍລະກົດ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ ສະພາບຝົນຕົກໃນລະດັບຄ່ອຍ ຫາ ກາງ ເປັນບໍລິເວນກ້ວາງ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຂອງແຂວງພາກກາງ ແລະ ພາກໃຕ້.…

9 ບັນຫາສໍາຄັນທີ່ ທ່ານນາຍົກເນັ້ນໃຫ້ນະຄອນຫລວງເລັ່ງປະຕິບັດ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນບໍ່ດົນມານີ້ ຊຶ່ງທ່ານ​ໄດ້​ກ່າວເນັ້ນ​ໃຫ້ອໍານາດການປົກຄອງ ​ນະຄອນຫຼວງ​ວຽງ​ຈັນ ສຸມໃສ່ 9 ບັນຫາທີ່ສໍາຄັນ ໃນການຍູ້ເສດຖະກິດ. 9 ບັນຫາທີ່ສໍາຄັນປະກອບມີ: ໃຫ້ສືບຕໍ່ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສືບຕໍ່​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ ໃນຍຸກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ…