ປຶກສາຫາລືການມີສ່ວນຮ່ວມໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການຢູນີເຊັບ ປະຈໍາ ສປປ ລາວ ແລະ ອົງການແນວລາວສ້າງຊາດ ແຂວງເຊກອງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈັດຂຶ້ນໃນວັນທີ 6 ກໍລະກົດ ນີ້ ຢູ່ຫ້ອງວ່າການ ແຂວງເຊກອງ. ທ່ານ…

ປະຊາຊົນບ້ານໂສຍພວມພັດທະນາກ້າວຂຶ້ນຕາມທິດສາມສ້າງ

ປະຊາຊົນ ບ້ານໂສຍ ເມືອງວຽງໄຊ ແຂວງຫົວພັນ ພວມເລັ່ງໃສ່ພັດທະນາເສດຖະກິດຄອບຄົວພາຍໃນບ້ານເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ໂດຍປະຊາຊົນຍຶດຖືອາຊີບເຮັດນາປູກເຂົ້າເປັນຫຼັກ ພ້ອມທັງປູກພືດ, ລ້ຽງສັດ ແລະ ອື່ນໆ ເພື່ອສ້າງລາຍຮັບເພີ່ມ ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນຕາມທິດສາມສ້າງ. ທ່ານ ຄຳເພັດ ວີລໍໄຊ, ເລຂາໜ່ວຍພັກບ້ານໂສຍໃຫ້ຮູ້ວ່າ: ນັບແຕ່ຮອງຮັບແຜນການກໍ່ສ້າງບ້ານສາມສ້າງມາແຕ່ປີ 2019, ຄະນະຊີ້ນໍາວຽກງານສາມສ້າງຂັ້ນເທິງໄດ້ສົ່ງພະນັກງານວິຊາການດ້ານຕ່າງໆລົງປະຈໍາຢູ່ບ້ານ ເພື່ອຊີ້ນໍາການຈັດຕັ້ງປະຕິບັດຕາມແຜນການຢ່າງໃກ້ສິດ…

ການລັກລອບຂົນສົ່ງ ແລະ ຄ້າຂາຍລົດໃຫຍ່-ລົດຈັກເຖື່ອນຍັງມີ ຢູ່ ເມືອງ ສອງຄອນ

ກອງບັນຊາການ ປກຊ-ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນບໍ່ດົນມານີ້ວ່າ:  ທາງເມືອງແມ່ນກໍາລັງເລັ່ງໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນເຂດກຸ່ມ ບ້ານລຽບຕາມຊາຍແດນລາວ-ໄທໂດຍສະເພາະເລັ່ງແກ້ໄຂການລັກລອບຂົນສົ່ງສິນຄ້າ ແລະ ຄ້າຂາຍລົດໃຫຍ່-ລົດຈັກ ທີ່ເປັນລົດເຖື່ອນ, ການບຸກລຸກປ່າສະຫງວນ-ປ່າຜະລິດ ແລະ ການຄ້າຂາຍໄມ້ເຖື່ອນ, ການຄ້າຂາຍສັດທີ່ບໍ່ມີເອກະສານ ຖືກຕ້ອງ, ການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ, ການເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງ…

ບໍລິສັດ ກຸ່ມຄຳໄພຊະນະ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ແຂວງໄຊສົມບູນ

ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ແລະ ອົງການປົກຄອງ ແຂວງໄຊສົມບູນ, ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ໄດ້ເຊັນສັນຍາ ຫວ່າງບໍ່ດົນມານີ້ ເພື່ອສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ເມືອງອະນຸວົງ, ທ່າໂທມ…

ເມືອງນາຊາຍທອງ ເປີດຂະບວນການຕ້ານພະຍາດໄຂ້ຍຸງລາຍ

ຫ້ອງການ ສາທາລະນະສຸກ ເມືອງນາຊາຍທອງ​ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນ ຫຼື ກິດຈະກໍາ ຕ້ານໄຂ້ຍຸງລາຍແບບຊຸມຊົນເປັນເຈົ້າການ​ ເມື່ອບໍ່ດົນມານີ້, ເພື່ອເປັນການກະຕຸນໃຫ້ປະຊາຊົນ ເປັນເຈົ້າການ ປ້ອງກັນພະຍາດໄຂ້ຍຸງລາຍ ໂດຍສະເພາະທໍາລາຍແຫຼ່ງເພາະ ພັນຂອງ ຍຸງລາຍຕາມນອກ ແລະ ໃນສະຖານທີ່ຢູ່ອາໃສຂອງທຸກໆຄົວເຮືອນ. ທ່ານ ດຣ. ຄຳພັນ…

84 ວັນແລ້ວທີ່ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ໜ້າວິຕົກເພາະທົ່ວໂລກມີຜູ້ເສຍຊິວິດ 532.644 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ​ ໂຄວິດ-19 (COVID-19) ແຈ້ງວັນທີ 5 ກໍລະກົດ 2020 ນີ້ໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 04 ກໍລະກົດ 2020,…

ທ່ານ ລັດຖະມົນຕີ ຖວທ ເນັ້ນໃຫ້ປະຊາຊົນເມືອງໂຂງສືບຕໍ່ຮັກສາມູນເຊື້ອ ແລະ ຮັກສາຮູບແບບການທ່ອງທ່ຽວດັ່ງເດີມ

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ລົງຢຽ້ມຢາມ ໃນບໍ່ດົນມານີ້  ປະຊາຊົນ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈໍາປາສັກ. ທ່ານ ກິແກ້ວ ໄຂຄໍາພິທູນ …

ຝູງຕັກແຕນໄມ້ປ່ອງທຳລາຍຜົນຜະລິດເສຍຫາຍ 80 ກ່ວາເຮັກຕາ ຢູ່ເມືອງໃໝ່

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໃໝ່ ແຂວງຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ ຮອດປັດຈຸບັນນີ້ ຝູງຕັກແຕນໄມ້ປ່ອງ ໄດ້ເຂົ້າທໍາລາຍ ພຶດ, ຜັກ, ເຂົ້າໄຮ່ ແລະ ຜົນລະປູກອື່ນໆ ຂອງພໍ່ແມ່ປະຊາຊົນ ບ້ານແສນຫລວງ ເມືອງໃໝ່ ແຂວງ…

ລັດເລັ່ງຄຸ້ມຄອງຊ້າງປ່າ ແລະ ສ້າງສວນພຶກສາສາດ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ຮູ້ວ່າ: ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ໃຫ້ທຶນ 800 ລ້ານກີບ ເມື່ອບໍ່ດົນມານີ້ ໃຫ້ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອໄປສຸມໃສ່ໂຄງການແກ້ໄຂບັນຫາ ຂໍ້ຂັດແຍ່ງ ລະຫວ່າງຄົນກັບຊ້າງ…

ເປີດການກໍ່ສ້າງສະຖານີຂົນສົົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ນະຄອນຫຼວງວຽງຈັນ

ສະຖານີຂົນສົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ ບ້ານໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດການກໍ່ສ້າງຢ່າງເປັນທາງການມື້ວານນີ້ວັນທີ 3 ກໍລະກົດ 2020 ຊຶ່ງມີເນື້ອທີ່ການກໍ່ສ້າງທັງໝົດ 150 ເຮັກຕາ. ສະຖານນີຂົນສົົ່ງໂດຍສານດັ່ງກ່າວ ເປັນໜຶ່ງໃນສະຖານີຂົນສົົ່ງໂດຍສານທີ່ໃຫ່ຍອີກແຫ່ງໜຶ່ງ ຂອງໂຄງການ ກໍ່ສ້າງ ທາງລົດໄຟລາວ-ຈີນ ທີ່ຈະມີການເຊື່ອມຕໍ່ກັບສະຖານີຂົນສົົ່ງ ສີນຄ້າທາງລົດໄຟລາວ-ໄທຢູ່ບ້ານທ່ານາແລ້ງ…