ເມືອງ ສາມັກຄີໄຊ ເປີດຂະບວນການຍ່າງ ໂຄສະນາສຸຂະສືກສາ ຕອບໂຕ້ພະຍາດໄຂ້ຍຸງລາຍ
ເມືອງ ສາມັກຄີໄຊ ແຂວງອັດຕະປື ໄດ້ເປີດຂະບວນການຍ່າງ ເພື່ອໂຄສະນາສຸຂະສືກສາ ກ່ຽວກັບ ການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2020 ນີ້ ທີ່ສວນສາທາລະນະເຈົ້າໄຊຍະເສດຖາທິລາດ. ໃນພິທີເປີດຂະບວນການຍ່າງດັ່ງກ່າວ, ທ່ານ ບຸນທະມະລີ ໝັ້ນອານົງ…

