ລັດຈະສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າສູງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບຫຼາຍວຽກງານຈຸດສຸມທີ່ລັດຖະບານຈະປະຕິບັດໃນລະຍະ 6 ເດືອນທ້າຍປີນີ້, ໂດຍສະເພາະການກວດສອບບັນດາໂຄງການລົງທຶນຂອງລັດ ແລະ ການແກ້ໄຂບັນຫາໜີ້ສິນວ່າ: ​ ຈະສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່…

ຄົນຫາປາຈົມນໍ້າຢູ່ບຶງທາດຫລວງຍັງບໍ່ຮູ້ຊາຕາກໍາ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງປະເທດລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນຕອນບ່າຍມື້ນີ້ ວັນທີ 28 ມິຖຸນາ 2020 ເວລາປະມານ 12: 30 ໂມງ ໄດ້ເກີດເຫດຄົນຫາປາຈົມນໍ້າຢູ່ບຶງທາດຫລວງ, ຢູ່ຂ້າງຂົວຂ້າມບຶງທາດຫລວງທາງຕັດໃໝ່ ( ທາງ 450 ປີ) ບ້ານດອນນົກຂຸ້ມ…

ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລາຍ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ ໃນວັນທີ 26 ມິຖຸນາ ວ່າ: ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍເພີ່ມອີກ 1 ຄົນແລ້ວ ຢຸ່ແຂວງບໍລິຄໍາໄຊ ໝາຍຄວາມວ່າ ນັບແຕ່ທ້າຍເດືອນທັນວາປີ 2019 ຮອດປັດຈຸບັນ ຄົນລາວເສຍຊີວິດລວມແລ້ວ 6 ຄົນ ( ນະຄອນຫລວງ 2,…

ປທສ ຈະເປີດໃຊ້ລະຫັດອິນເຕີເນັດເປັນພາສາລາວ . ລາວ ໃນໄວໆນີ້

ຫ້ອງການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງກະຊວງ, ອົງການທຽບເທົ່າ, ຫ້ອງວ່າການແຂວງ ໃນຂອບເຂດທົ່ວປະເທດ ໃຫ້ຮູ້ວ່າ:  ປທສ ຈະໄດ້ເປີດໃຫ້ບໍລິການລະຫັດຊື່ອິນເຕີເນັດເປັນພາສາທ້ອງຖິ່ນກໍ່ຄືພາສາລາວ ‘‘ . ລາວ ’’ ໃນໄວໆນີ້ ຊຶ່ງລະຫັດດັ່ງກ່າວແມ່ນລະຫັດອິນເຕີເນັດທີ່ສ້າງຂຶ້ນໃໝ່ໂດຍໄດ້ຮັບອະນຸມັດຈາກອົງການ…

ງານວາງສະແດງ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນເດືອນສິງຫານີ້

ງານວາງສະແດງ ແລະ​ ຈໍາໜ່າຍສິນຄ້າ​ໜຶ່ງເມືອງ​ ໜຶ່ງຜະລິດຕະພັນ ​ແລະ ​ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ​ VII, ຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-23 ສິງຫາ​ 2020​ ຢູ່ສູນການຄ້າລາວ-ໄອເຕັກ ​(ຕຶກ​ເກົ່າ)​.​ ໃນງານຄັ້ງນີ້ ຄາດວ່າຈະມີ  153 ຫົວໜ່ວຍທຸລະກິດເຂົ້າຮວມ, ລວມມີ 157…

ອັດຕາການຫວ່າງງານພາຍໃນປະເທດອາດເພີ່ມຂື້ນເປັນ 25%

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດ 8 ໃນວັນທີ 25 ມິຖຸນາ 2020 ວ່າ: ຍ້ອນ…

ລັດຈະເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາໃຫ້ເໜັງຕິງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5%

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບວຽກງານຈຸດສຸມດ້ານການເງິິນ-ເງິນຕາ ໃນລະຍະ 6 ເດືອນທ້າຍປີນີ້ວ່າ:​ ລັດຖະບານຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໂດຍການຄວບຄຸມປະລິມານເງິນໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20 % ທຽບໃສ່ປີຜ່ານມາ, ຈະພະຍາຍາມຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ອັດຕາແລກປ່ຽນເງິນກີບ…

ສູນວັດທະນະທຳເດັກ ລົງເຄື່ອນໄຫວຢູ່ໂຮງຮຽນບ້ານອ່າວກາງ

ສູນວັດທະນະທຳເດັກ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວ-ຊຸກຍູ້ກິດຈະກຳສຳລັບເດັກ ຢູ່ໂຮງຮຽນປະຖົມສົມບູນ ບ້ານອ່າວກາງ, ເມືອງອະນຸວົງ, ຊຶ່ງບັນດາກິດຈະກຳຕ່າງໆ ລ້ວນໜ້າຕື່ນເຕັ້ນ ເປັນຕົ້ນ: ເລົ່ານິທານ, ປະດິດເຄື່ອງຫຼິ້ນ, ສາຍວິດີໂອ, ຮ້ອງເພງປະກອບທ່າທາງ ແລະ ຫຼິ້ນເກມປະເພດຕ່າງໆ. ໃນວັນທີ…

ຫຼາຍບັນຫາຍັງຕ້ອງການແກ້ໄຂໃນການສົ່ງອອກສິນຄ້າ

ການສົ່ງອອກສິນຄ້າ ຍັງມີຫຼາຍບັນຫາ, ໂດຍສະເພາະການສົ່ງອອກສິນຄ້າຂອດສຸດທ້າຍກໍແມ່ນພາສີຢູ່ດ່ານ ຊື່ງກ່ອນຈະຮອດດ່ານພາສີ ກໍຍັງມີຫຼາຍຂັ້ນຕອນ ແລະ ມັນກໍໄດ້ພົວພັນກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຈະຕ້ອງໄດ້ຮ່ວມມືກັນແກ້ໄຂ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕໍ່ບັນຫາດັ່ງກ່າວ,ໃນວັນທີ 25 ມິຖຸນາ 2020 ໃນກອງປະຊຸມສະໄໝສາມັນເທື່ອທີ 9…

ລັດໄດ້ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລ້ວເຖິງວ່າໄຟຟ້າລາວຈະຂາດ ທຶນຫຼາຍຮ້ອຍລ້ານກໍຕາມ

ນາຍົກລັດຖະມົນຕີ ໄດ້ໃຫ້ຄວາມກະຈ່າງແຈ້ງເພີ່ມເຕີມມື້ວານນີ້ວັນທີ 25 ມິຖຸນາ ທີ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບບາງບັນຫາ ຕໍ່ການຊັກຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ກັບ ບັນດາ ສະມາຊິກສະພາແຫ່ງຊາດ ເປັນຕົ້ນ ແມ່ນຄ່າໄຟຟ້າ,…