ໂຄ​ງການ​ລາວ​ທ່ຽວ​ລາວຈະເປີດຢ່າງເປັນທາງການໃນຕົ້ນເດືອນໜ້າ

ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ແລະ ​ສະມາຄົມ​ຮ້ານ​ອາຫານ​ ແລະ ​ໂຮງ​ແຮມໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນພະຫັດນີ້ວ່າ: ໂຄ​ງການ​ລາວ​ທ່ຽວ​ລາວ ຈະ​ຊ່ວຍ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ, ໂດຍຈະໄດ້ມີ​ພິທີ​ເປີດຢ່າງ​ເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້​. ໂຄງການດັ່ງກ່າວນີ້ເປັນໂຄງການສົ່ງເສີມການທ່ຽວຢູ່ພາຍໃນປະເທດ ເພື່ອຊັກຊວນ ແລະ ດຶງດູດຄົນລາວທີ່ມັກໄປທ່ຽວຕ່າງປະເທດ ໃຫ້ສົນໃຈມາທ່ຽວຊົມວັດທະນະທໍາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊົນຊາດລາວ ແລະ ທ່ຽວຊົມທັດສະນີຍະພາບອັນສວຍສົດງົດງາມຢູ່ຕາມແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ. ທ່ານ​​ອິນທີ ​ເດືອນ​ສະຫວັນ ຄະນະ​ບໍລິຫານ​ງານ​ສະພາ​ການ​ຄ້າ​…

ບັນດາປະເທດອາຊຽນຍັງເຂັ້ມງວດປ້ອງກັນພະຍາດໂຄວິດ-19

ປະຈຸບັນ, ບັນດາກຸ່ມປະເທດອາຊຽນ ຍັງເຂັ້ມງວດເຝົ້າລະວັງ ຄົນເຂົ້າ-ອອກໃນປະເທດຕົນເອງ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19, ຊຶ່ງໃນກຸ່ມປະເທດດັ່ງກ່າວ ມາຮອດວັນທີ 25 ມິຖຸນານີ້, ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 136,615 ຄົນ, ເສຍຊີວິດ 3,991 ​ຄົນ. ສະເພາະຢູ່ ສປປ…

ເມືອງສິງຖືກໄພທໍາມະຊາດຖະຫຼົ່ມໜັກ 2 ຄັ້ງແລ້ວ

ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ລະດູຝົນຫາເລີ່ມຕົ້ນພຽງແຕ່ 2 ເດືອນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ຖືກໄພທໍາມະຊາດຖະຫລົ່ມຢ່າງໜັກແລ້ວເຖິງ 2 ຄັ້ງ ຊຶ່ງໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 10 ຕື້ກີບ. ທ່ານນາງ ຫຼ້າມອນ ອ່ອນແສງສີ…

ເລກໝາຍໂທລະສັບ ແລະ ຊິມເນັດ ຈະຂຶ້ນທະບຽນຄືນໃໝ່

ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການຫວາ່ງບໍ່ດົນມານີ້ ວ່າ: ເພື່ອເປັນການຄຸ້ມຄອງການນໍາໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຈຶ່ງຈໍາເປັນຕ້ອງໄດ້ມີການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່. ອີງຕາມໃບແຈ້ງການດັ່ງກ່າວ ແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01/07/2020 ເຖິງ 31/12/2020, ໂດຍການແບ່ງອອກເປັນສາມໄລຍະດັ່ງນີ້:…

ລັດຈະໃຊ້ແຮງງານລາວທົດແທນແຮງງານຕ່າງປະເທດໃນອານາຄົດ

ລັດຖະບານແຫ່ງ ສປປ ລາວ ຈະນໍາໃຊ້ແຮງງານລາວທີ່ເດີນທາງມາຈາກຕ່າງປະເທດ ແລະ ແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດ ໂຄວິດ-19 ກະທົບ ເນື່ອງຈາກການປິດ ແລະ ຢຸດເຊົາກິດຈະການ ເພື່ອທົດແທນແຮງງານນໍາເຂົ້າຈາກຕ່າງປະເທດທັງນີ້ກໍ່ເພື່ອບໍ່ໃຫ້ມີການວ່າງງານເພີ່ມຂື້ນສູງໃນຕໍ່ໜ້າ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ…

ທຸກວຽກງານຂອງລັດຖະບານປະຈໍາປີ 2020 ມີຄວາມສ່ຽງສູງທີ່ຈະບໍ່ບັນລຸຕາມແຜນ

ສະພາແຫ່ງຊາດຊີ້ໃຫ້ຮູ້ວ່າ:​ ທຸກແຜນງານຂອງລັດຖະບານ ມີຄວາມສ່ຽງທີ່ຈະບໍ່ບັນລຸຕາມແຜນການທີ່ວາງໄວ້ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ເຫັນໄດ້ຈາກຫຼາຍຂະ ແໜງການ ທີ່ເປັນໂຄງປະກອບຍູ້ເສດຖະກິດແຫ່ງຊາດໄດ້ມີການຂະຫຍາຍຕົວຊ້າ ແລະ ຫລຸດລົງ. ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ມື້ວານນີ້ ວັນທີ 24…

ຫຼາຍມາດຕະການທີ່ລັດຖະບານຈະປະຕິບັດ ໃນ 6 ເດືອນ ທ້າຍປີ 2020

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັັ້ງວັນທີ 24 ມິຖຸນາ 2020 ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ,…

ຝົນຈະຕົກເປັນບໍລິເວນກ້ວາງ ລະຫວ່າງ ວັນທີ 25-28 ມີຖຸນາ ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 25-28 ມິຖຸນານີ້, ຈະມີລົມມໍລະສຸມຕາເວັນຕົກສ່ຽງໃຕ້ເພີ່ມກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ດັ້ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ…

ຜູ້ຊົມໃຊ້ໄຟຟ້າຫຼາຍກວ່າ 150 Kwh ຈະໄດ້ຈ່າຍລາຄາ 355 ກີບ/ Kwh ສະເພາະ 150 Kwh ທໍາອິດເທົ່ານັ້ນ

ລັດວິສາຫະກິດໄຟຟ້າລາວ ໄດ້ປະກາດແຈ້ງການມື້ວານນີ້ ວັນທີ 23 ມິຖຸນາ 2020, ກ່ຽວກັບນະໂຍບາຍການປັບລາຄາຫຼຸດຄ່າໄຟຟ້າໃໝ່ ໃຫ້ສະເພາະ 3 ເດືອນ ຊ່ວງໄລຍະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຫຼັງຈາກທີ່ມີການຄົ້ນຄົ້ວາ ພິຈາລະນາ ແລະ ໄດ້ມີການຕົກລົງເຫັນດີດັ່ງນີ້:  ຜູ້ໃຊ້ໄຟຟ້າຂະໜາດ 0-150 Kwh ແມ່ນໃຫ້ຄິດໄລ່ 355…

ລັດຖະບານຈະສືບຕໍ່ແກ້ໄຂບັນຫາໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ສະມາຊິກສະພາແຫ່ງຊາດ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ໄຂຂື້ນຢ່າງເປັນທາງການມື້ເຊົ້ານີ້ ກ່ຽວກັບສະພາບການແກ້ໄຂໜີ້ສິນຂອງໂຄງການລົງທຶນຂອງລັດ ແລະ ບັນຍາກາດການລົງທຶນພາກເອກກະຊົນພາຍໃນ ແລະ ຕ່າງປະເທດ ວ່າ: ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດສະເພາະ 6 ເດືອນຕົ້ນປີ 2020…