ສວນພຶກສາສາດອາຊຽນ-ເກົາຫຼີ ຈະກາຍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ໃນເຂດນະຄອນຫຼວງວຽງຈັນ
ສວນພຶກສາສາດອາຊຽນ-ເກົາຫຼີ ຈະສ້າງຂຶ້ນໃຫ້ເປັນສູນກາງການຄົ້ນຄວ້າ ທາງດ້ານວິທະຍາສາດປ່າໄມ້ ເປັນສະຖານທີ່ແລກປ່ຽນວັດທະນາທໍາ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສໍາຄັນໃນເຂດນະຄອນຫຼວງວຽງຈັນ. ສໍາລັບ ພິທີວາງສີລາເລີກການກໍ່ສ້າງສວນພຶກສາສາດ ອາຊຽນ-ເກົາຫຼີ ໄດ້ຈັດຂຶ້ນວັນທີ 28 ເມສາ 2026 ທີ່ເຂດດົງໝາກຄາຍເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ…

