ເບ້ຍໄມ້ວິກ ຈໍານວນ 26.000 ກ່ວາຕົ້ນ ກຽມປູກຢູ່ເຂດໂຮງຮຽນວັດທະນະທຳຫຼັກ 67

ທ່ານ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ (ປກສ) ທັງເປັນຫົວໜ້າຄະນະອະນຸກຳມະການຮັບຜິດຊອບໂຄງການປູກໄມ້ວິກ ໄດ້ລົງກວດກາຄວາມພ້ອມໃນການບຸກເບີກເນື້ອທີ່ສວນ 25 ເຮັກຕາ ເພື່ອກະກຽມປູກຕົ້ນວິກ ຢູ່ໂຮງຮຽນວັດທະນະທຳຫຼັກ 67 ທີ່ບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ, ເມື່ອວັນທີ 7 ພຶດສະພາ …

ບຸກຄົນໃດຫາກຮູ້ວ່າຕິດເຊື້ອພະຍາດຮ້າຍແຮງ

ໂດຍເຈດຕະນານໍາໄປເຜີຍແຜ່ສູ່ບຸກຄົນອື່ນຈະຖືກຕັດອິດສະລະພາບເຖິງ 15 ປີ ພ້ອມປັບໄໝເງິນສູງເຖິງ 70 ລ້ານກີບ. ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ອີງຕາມມາດຕາ 99 ປະມວນກົດໝາຍອາຍາສະບັບປີ 2017 ນັ້ນລະບຸໄວ້ວ່າ ຖ້າບຸກຄົນໃດຫາກນໍາເອົາເຊື້ອພະຍາດຮ້າຍແຮງໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກຕັດສິນຕັດອິດສະລະພາບ ແຕ່  2 ປີ ຫາ…

ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ຊ່ວຍເຫຼືອອຸປະກອນການແພດ ໃຫ້ແຂວງອຸດົມໄຊ

ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ໄດ້ນໍາເອົາເຄື່ອງມື ອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນ ຜ້າອັດປາກ-ດັງ, ນໍ້າຢາຂ້າເຊື້ອ ແລະ ເຄື່ອງວັດແທກອຸນຫະພູມ ມູນຄ່າ 100 ລ້ານກີບ ພ້ອມດ້ວຍ ເງິນສົດຈໍານວນ 100 ລ້ານກີບ ມອບໃຫ້ອົງການປົກຄອງ…

ກຸ່ມຄົນທີ່ນຳເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດຢູ່ລາວຈະຖືກດໍາເນີນຄະດີທຸກຄົນເຖິງແມ່ນວ່າຈະເປັນເຈົ້າໜ້າທີ່ຂອງລັດ

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ບັນດາບຸກຄົນ ຫຼື ກຸ່ມຄົນທີ່ນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນ ສປປ ລາວ ໃນໄລຍະບຸນປີໃໝ່ລາວ ພສ 2564 ແລະ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃນແຕ່ລະວັນນັບແຕ່ວັນທີ 19 ເມສາ 2021 ເປັນຕົ້ນມາຈົນຮອດປັດຈຸບັນນັ້ນ ພົບວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກໍາມະກອນ, ນັກສຶກສາ,…

ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ 1.072 ຄົນໃນທົ່ວປະເທດ

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນລາວ ແລະ ທົ່ວໂລກເມື່ອວັນທີ 5 ພຶດສະພາ…

ແຂວງບໍ່ແກ້ວ ເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫຼາຍ ໃນກໍລະນີທີ່ຜູ້ຕິດເຊື້ອລົ້ນໂຮງໝໍ. ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ກ່າວວ່າ: ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍ, ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ່ ຮອງຮັບຜູ້ຕິດເຊື້ອໂຄວິດ-19…

ເປັນຫຍັງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈຶ່ງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າເມືອງອື່ນໆພາຍໃນແຂວງ ?

ຮອດຕອນເຊົ້າວັນທີ 5 ພຶດສະພາ 2021 ນີ້, ແຂວງບໍ່ແກ້ວເປັນແຂວງທີ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເປັນອັນດັບ 3 ຂອງປະເທດລາວ ໂດຍມີຜູ້ຕິດເຊື້ອພະຍາດດັ່ງກ່າວ 99 ຄົນ, ອັນດັບ 1 ແມ່ນນະຄອນຫລວງວຽງຈັນ ໂດຍພົບຜູ້ຕິດເຊື້ອແລ້ວທັງໝົດ 653 ຄົນ ແລະ…

ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງຍັງບໍ່ມີປະເທດ ໃດໃນໂລກທີ່ສາມາດຜະລິດ ຢາປ້ອງກັນພະຍາດນີ້ໄດ້ 100% ແຕ່ສາມາດປ້ອງກັນໄດ້

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ເຖິງແມ່ນວ່າພະຍາດໂຄວິດ-19 ຈະເປັນພະຍາດທີ່ອັນຕະລາຍ ແລະ ຮ້າຍແຮງເພາະ ຮອດປັດຈຸບັນຍັງບໍ່ມີປະເທດໃດໆທີ່ສາມາດຜະລິດຢາ ຫຼື ວັກຊີນປ້ອງກັນະຍາດດັ່ງກ່າວໄດ້ເທື່ອ ແຕ່ສາມາດປ້ອງກັນໄດ້ ໂດຍພໍ່ແມ່ປະຊາຊົນລາວທຸກຊົນເຜົ່າ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆທີ່ທາງຄະນະສະ ເພາະກິດວາງ ອອກຢ່າງເຂັ້ມງວດ…

ຄາດວ່າຈະມີການປະຕິບັດຄໍາສັ່ງນາຍົກລັດຖະມົນຕີໃນການປ້ອງກັນພະຍາດໂຄວິດ-19 ອີກ 15 ວັນ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນຕອນແລງ ຂອງມື້ວັນທີ 4 ພຶດສະພາ 2021ນີ້ ທີ່ສໍານັກງານນາຍົກລັດຖະມົນຕີກ່ຽວກັບ ການສະເໜີໃຫ້ລັດຖະບານສືບຕໍ່ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆເພື່ອຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດອີກ…

ພາກກາງ ແລະ ພາກເໜືອ​ຈະມີຝົນຕົກພ້ອມລົມພັດແຮງ​ໃນໄລຍະ 5 ວັນຂ້າງໜ້າ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ໄດ້ພະຍາກອນສະພາບອາກາດໃນໄລຍະ 5 ວັນຂ້າງໜ້າວ່າ: ນັບແຕ່ວັນທີ່ 5 -9 ພຶດສະພາ 2021 ນີ້ ກໍ່ຄືນັບແຕ່ມື້ອື່ນ ອາກາດຈະຮ້ອນ ຫາຮ້ອນອົບເອົ້າຫຼາຍ ແລະ ຈະມີພາຍຸຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ ຫາ…