ເຮືອນຢູ່ຖາວອນ 153 ຫຼັງໄດ້ມອບໃຫ້ ປະຊາຊົນທີ່ຖືກກະທົບຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ
ພິທີມອບ-ຮັບເຮືອນຢູ່ຖາວອນ 153 ຫຼັງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ໃນປີ 2018 ທີ່ຜ່ານມາຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນເມື່ອວັນທີ 12 ເມສາ 2021 ທີ່ຜ່ານມາຢູ່ເຂດຈັດສັນ ເມືອງສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື. ເຮືອນຈໍານວນດັ່ງກ່າວເປັນຊຸດທໍາອິດທີ່ມີການ…

