ປີ 2021 ນີ້, ການກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພຈາກສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຈະສ້າງສໍາເລັດພຽງແຕ່ 496 ຫຼັງ
ບໍລິສັດວັນແສງ ພັດທະນາກໍ່ສ້າງຈໍາກັດ ແຈ້ງໃຫ້ຮູ້ວ່າ: ເຮືອນຈໍານວນໜຶ່ງໃນຈໍານວນ 204 ຫຼັງທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ ຂອງໂຄງການກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພຈາກສັນ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ທີ່ຜ່ານມາ ທີ່ເມືອງສະໜາມໄຊ ແຂວງອັດຕະປື ລວມທັງໝົດ 700 ຫຼັງ ຈະໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ມີນາ 2021 ທີ່ຈະມາເຖິງນີ້ ພາຍຫຼັງທີ່ກ່ອນໜ້ານີ້ບໍລິສັດໄດ້ລົງມືກໍ່…

