ລາຄາຊີ້ນໝູຂຶ້ນຮອດ 55.000 ກີບຕໍ່ກິໂລແລ້ວຢູ່ນະຄອນຫຼວງວຽງຈັນ
ເຖິງແມ່ນວ່າອັດຕາເງິນເຟີ້ຫຼຸດລົງແຕ່ຄວາມຫຍຸ້ງຍາກທາງດ້ານການເງິນຍັງຄົງມີຢູ່, ປະຊາຊົນຊາວນະຄອນຫຼວງວຽງຈັນຫຼາຍ ຄົນກ່າວວ່າລາຍໄດ້ຂອງເຂົາເຈົ້າບໍ່ໄດ້ເພີ່ມຂຶ້ນ ແຕ່ວ່າລາຄາສິນຄ້າເກືອບວ່າທຸກປະເພດພັດເພີ່ມຂຶ້ນ ໂດຍໄດ້ເຮັດໃຫ້ເຂົາເຈົ້າມີ ຄວາມ ກັງວົນກຽ່ວກັບຄ່າຄອງຊີບໃນປັດຈຸ ບັນ ຍົກຕົວຢ່າງ: ຊີ້ນໝູທີ່ເປັນອາຫານ ຫຼັກ ສຳລັບຄົວເຮືອນ ລາຄາໄດ້ເພີ່ມຂຶ້ນກາຍ 50.000 ກີບຕໍ່ກິໂລແລ້ວ, ເຖິງແມ່ນວ່າລັດຖະບານ, ໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າຈະ…

