ເຂດພາກເໜືອຍັງຈະສຶບຕໍ່ໜາວເຢັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ນັບແຕ່ມື້ນີ້ ຮອດວັນທີ 24 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນຫຼາຍຢູ່ພາກເໜືອ ເຂດພູສູງ, ພູດອຍ ແລະ ຮ່ອມພູ ໃນບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ…

ແຮງງານລາວຈຳນວນ 85 ຄົນ ກັບຈາກໄທໂດຍຜ່ານເມືອງສອງຄອນ

ອໍານາດການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ພົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໄທໂດຍມີຜູ້ຕິດເຊື້ອພະຍາດນີ້ເພີ່ມຂຶ້ນແຕ່ລະວັນໄດ້ເຮັດໃຫ້ແຮງງານລາວຢູ່ໄທກັບຄືນມາປະເທດເປັນຈໍານວນຫຼາຍ, ສະເພາະຢູ່ເມືອງສອງຄອນ ຍັງມີແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທກັບຄືນມາປະເທດລາວ ຊຶ່ງມີທັງການລັກລອບມາແບບຜິດກົດ ໝາຍ ແລະ ຂໍອະນຸຍາດກັບຄືນມາໂດຍທີ່ທາງເຈົ້າໜ້າທີ່ໄປຮັບເອົາຢູ່ເບື້ອງຝັ່ງປະເທດໄທ ແລະ ໃນໄລຍະຕົ້ນເດືອນມັງກອນນີ້ມີຈຳນວນ 85 ຄົນແລ້ວທີ່ກັບມາ. ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ແຂວງສະຫວັນນະເຂດໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າຂອງວັນທີ 19…

ບຸນຊ້າງປະຈໍາປີ 2021 ຈະຈັດພຽງວັນດຽວ ຈະບໍ່ມີຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ການຈັດງານມະຫາກໍາບຸນຊ້າງໃນປີ 2021 ທີ່ແຂວງໄຊຍະບູລີ ຊຶ່ງເປັນຄັ້ງທີ 15, ຈະຈັດຂຶ້ນ ໃນວັນທີ 13 ກຸມພາ 2021 ພຽງວັນດຽວເພື່ອເປັນ ຮີດຄອງທີ່ເຄີຍປະຕິບັດມາເທົ່ານັ້ນ ໂດຍຈະຈໍາກັດ ຜູ້ເຂົ້າຮ່ວມພາຍໃນງານໃຫ້ມີພຽງແຕ່ 200-300 ຄົນເທົ່ານັ້ນ ແລະ ນອກນັ້ນ…

ແຂວງ ອຸດົມໄຊ ໂຄສະນາເຜີຍແຜ່ ກ່ຽວກັບວາມປອດໄພຕາມເສັ້ນທາງຫຼວງໃຫ້ ນັກຮຽນ ເມືອງ ປາກແບງ

ຄະນະທິມງານໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງຂັ້ນ ແຂວງ ອຸດົມໄຊ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບຄວາມປອດໄພທາງຖະໜົນຫຼວງ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ, ຢູ່ໂຮງຮຽນມັດທະຍົມສຶກສາສົມບູນເທດສະບານ ແລະ ມັດທະຍົມສຶກສາສົມບູນໄຊຊະນະ ເມືອງປາກແບງ ແຂວງ ອຸດົມໄຊ ເມື່ອບໍ່ດົນມານີ້. ຈຸດປະສົງຄັ້ງນີ້ ເພື່ອ ສ້າງຄວາມເຂົ່ໍ້າໃຈໃຫ້ບັນດານັກຮຽນ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ…

ລັດຍັງບໍ່ສາມາດໄກ່ເກ່ຍດິນທີ່ຖືກໂຄງການພັດທະນາບາງຂົງເຂດ

ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ: ການໄກ່ເກ່ຍ ກ່ຽວກັບບັນຫາດິນປະຊາຊົນ ທີ່ຢູ່ໃນບາງຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງຍັງບໍ່ທັນສາມາດແກ້ໄຂໄດ້ ຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກກັບການ ໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳ ເວົ້າທີ່ບໍ່ເໝາະສົມກັບປະຊາຊົນ. ພ້ອມນັ້ນປະຊາຊົນຈໍານວນໜຶ່ງກໍ່ຢາກໄດ້ຜົນປະໂຫຍດຂອງຕົນເກີນຂອບເຂດ. ທ່ານ ບຸນຄາມ ພຸດທະວົງສາ…

ລາຍຮັບຕົ້ນຕໍຂອງແຂວງອັດຕະປື ແມ່ນການສົ່ງອອກກະແສໄຟຟ້າ

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຢູ່ກອງປະຊຸມສະໄໝສາມັນເທື່ອທີ X ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ 1 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຄາດວ່າສະເພາະປີ 2021 ມູນຄ່າການສົ່ງອອກ ສິນຄ້າພາຍໃນແຂວງຈະບັນລຸ 117 ລ້ານໂດລາ ຊຶ່ງສິນຄ້າສ່ວນໃຫຍ່ທີ່ສົ່ງອອກ ແມ່ນກະແສໄຟຟ້າ, ຜະລິດຕະພັນໄມ້, ນໍ້າຕານຊາຍ,…

ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຮ່ວມວາງກະ​ຕ່າດອກໄມ້ທີ່ ຫໍພິພິທະພັນ ໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກຊຸດທີ XI, ນຳໂດຍສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ໄດ້ເຂົ້າວາງກະຕ່າດອກໄມ້ທີ່ຫໍພິພິທະພັນໄກສອນ ພົມວິຫານ ໃນຕອນເຊົ້າວັນທີ16 ມັງກອນ 2021ນີ້, ພາຍຫຼັງທີ່ສໍາເລັດກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນມື້ວັນທີ 15…

ພະນັກງານລາວຊຸດທໍາອິດທີ່ຈະເຮັດວຽກຢູ່ທາງລົດໄຟລາວ-ຈີນ ຈະໄປຝຶກອົບຮົມຕໍ່ຢູ່ປະເທດຈີນໃນທ້າຍເດືອນນີ້

ພະນັກງານລາວຊຸດທໍາອິດທີ່ຈະເຮັດວຽກຢູ່ ໂຄງການທາງລົດໄຟລາວ–ຈີນ ຈໍານວນ 210 ຄົນ ໄດ້ ສຳເລັດການຝຶກອົບຮົມ ທິດສະດີທາງລົດໄຟ ແລະ ຈະເລີ່ມສືບຕໍ່ຝຶກອົບຮົມຕົວຈິງຢູ່ເມືອງຄຸນໝິງ ສປ ຈີນໃນທ້າຍເດືອນມັງກອນ 2021 ນີ້. ພິທີມອບຮັບໃບຢັ້ງຢືນກ່ຽວກັບການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 15 ມັງກອນ 2021 ທີ່ຜ່ານມາ ຢູ່ສະຖາບັນຂົງຈື…

ຄະນະນໍາຊຸດໃໝ່ກຽມພ້ອມພັດທະນາ ສປປ ລາວ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ

ຄະນະບໍລິຫານງານສູນກາງພັກສະໄໝທີ XI  ຫຼື ຊຸດໃໝ່ກຽມຜັນຂະຫຍາຍແນວທາງການ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນ ນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ອີງຕາມຜົນຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະ ຕິວັດລາວປທີ່ປະກອບໄປດ້ວຍກົມການເມືອງສູນກາງພັກ 13 ສະຫາຍ (ຍິງ…

ສະຫາຍ ປອ ທອງລຸນ ສີສຸລິດ ໄດ້ຖືກເລືອກເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ທີ່ໄດ້ດໍາເນີນມາເປັນມື້ທີ 3 ໃນມື້ວັນທີ 15 ມັງກອນ 2021 ຊຶ່ງເປັນມື້ສຸດທ້າຍ ພາຍຫຼັງທີ່ໄດ້ດໍາເນີນມາແຕ່ວັນທີ 13 ມັງກອນທີ່ຜ່ານມາ ໂດຍໄດ້ມີການຄັດເລືອກເອົາກົມການເມືອງສູນກາງພັກ 13 ສະຫາຍປະກອບມີ: ສະຫາຍ ປອ…