ສອງບໍລິສັດລາວ-ຈີນຮ່ວມມືກັນໃນການລົງທຶນສ້າງໂຮງງານຜະລິດຢາປົວພະຍາດປະເພດຕ່າງໆ ແລະ ອາຫານເສີມຢູ່ລາວ

ບໍລິສັດ IHC ລາວ ແລະ ບໍລິສັດ ໂກເດັນວິດສະດອມ ຮົງກົງ ຈໍາກັດ ໄດ້ຮ່ວມທຶນຈົດທະບຽນພາຍໃຕ້ຊື່ ບໍລິສັດ ໂກເດັນວິດສະດອມ ລາວ ຈໍາກັດ ເພື່ອສ້າງໂຮງງານ ຜະລິດຢາປົວພະຍາດປະເພດຕ່າງໆ ແລະ ອາຫານເສີມ ຢູ່ເຂດພັດທະນາກວມລວມໄຊເຊດຖາ ໂດຍມີມູນຄ່າການລົງທຶນເບື້ອງຕົ້ນປະມານ 100…

ປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໝູນເຂດຮ້ອນລິນຟາ

 ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການເຕືອນດ່ວນໃນຕອນເຊົ້າຂອງມື້ວັນທີ 11 ຕຸລາ 2020 ນີ້ ເຖິງປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ປະກອບມີແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື ໃຫ້ກຽມຮັບມືກັບພະຍຸໝູນເຂດຮ້ອນ…

ຢຸດການຄົ້ນຫາພໍ່ຕູ້ພວງຊົ່ວຄາວ

ຄອບຄົວ ລູກຫຼານພໍ່ຕູ້ພວງ, ອ້າຍນ້ອງ ປກສ, ປກຊ ແລະ ທີມງານແຫຼ່ງທ່ອງທ່ຽວນໍ້າປຽນຍໍລະປາ ຢຸດການຄົ້ນຫາພໍ່ຕູ້ພວງຊົ່ວຄາວ ມື້ນີ້ວັນທິດວັນທີ 11 ຕຸລາ 2020, ຫຼັງຈາກໄດ້ຄົ້ນຫາມາແລ້ວ 8 ວັນ ນັບແຕ່ມື້ຫຼົງປ່າແຕ່ວັນທີ 3 ຕຸລາທີ່ຜ່ານມາແຕ່ຍັງບໍ່ພົບ ຊຶ່ງທາງຄອບຄົວຂອງພໍ່ຕູ້ພວງຕັ້ງຄວາມຫວັງໄວ້ພຽງຈາກປະຕິຫານ. ພໍ່ຕູ້…

ການຮັບຮອງເອົາຜົນການອອກແບບຫໍພິພິທະພັນໄດໂນເສົາ ຢູ່ແຂວງສະຫວັນນະເຂດຈະປະກາດໃນທ້າຍເດືອນພະຈິກນີ້

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ຈະຈັດການແຂ່ງຂັນການອອກແບບຫໍພິພິທະພັນໄດໂນເສົາ ແລະ ການຕົບແຕ່ງຕຶກຫໍພິພິທະພັນ ເພື່ອກຽມຄັດເລືອກເອົາແບບທີ່ຈະມາປັບປຸງ ແລະ ຕົບແຕ່ງຫໍພິພິທະພັນດັ່ງກ່າວໃນອະນາຄົດ. ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດໄດ້ອອກແຈ້ງການເຖິງບໍລິສັດກໍ່ສ້າງເຄຫາສະຖານຕ່າງໆ ທີ່ມີຄວາມສົນໃຈກ່ຽວກັບການແຂ່ງຂັນດັ່ງກ່າວ ເມື່ອ ບໍ່ດົນມານີ້ ຊຶ່ງລາງວັນຊະນະເລີດອັນດັບທີ 1 ຈະໄດ້ຮັບເງິນສົດ…

ຄອບຄົວທ່ານ ສີລາ ວຽງແກ້ວ ຊ່ວຍເຫຼືອອຸປະກອນການແພດໃຫ້ພະແນກ ສາທາລະນະສຸກແຂວງອັດຕະປື

ຄອບຄົວທ່ານ ສີລາ ວຽງແກ້ວ ອະດີດ ຮອງລັດຖະມົນຕີ ກະຊວງການເງິນໄດ້ຊ່ວຍອຸປະກອນການແພດໃຫ້ພະແນກສາທາລະນະສຸກແຂວງກໍ່ຄືໂຮງໜໍ ແຂວງ ອັດຕະປື ເຊິ່ງປະກອບມີ ຜ້າປູຕຽງ, ຜ້າປູ 100 ຜືນ ແລະ ເຄື່ອງອື່ນໆຄົບຊຸດ ລວມມູນຄ່າທັງໝົດ 18 ລ້ານກີບ. ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9…

ລັດມອບກົນຈັກໃຫ້ກຸ່ມຊາວກະສິກອນ ພາຍໃຕ້ໂຄງການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ຢູ່ 3 ເມືອງເປົ້າໝາຍ

ລັດຖະບານໄດ້ມອບ​ລົດ​ໄຖ​ນາ 8 ຄັນ ແລະ ​ລົດ​ກ່ຽວ​ເຂົ້າຈໍານວນ 2 ຄັນ​ໃຫ້​ແກ່ ກຸ່ມຊາວ​ກະ​ສິກອນ ຢູ່ ​3 ເມືອງ​ ໃນນະຄອນຫຼວງວຽງຈັນຄື : ເມືອງ​ຫາດ​ຊາຍ​ຟອງ (ບ້ານ ນາ​ລ້ອງ, ບ້ານ​ຖີ່ນແທ່ນ ແລະ ​ບ້ານ ໜອງ​ແຫ້ວ),…

ງານມະຫະຫັດຖະກຳລາວ 2020 ຈະເປີດຢ່າງເປັນທາງການໃນຕອນບ່າຍມື້ນີ້

ງານມະຫະກຳຫັດຖະກຳລາວ 2020 ມີຫລາຍກວ່າ 200 ຫົວໜ່ວຍ ຈາກ 18 ແຂວງໃນທົ່ວປະເທດເຂົ້າຮ່ວມ ໂດຍຈະມີພິທີເປີດຢ່າງເປັນທາງການໃນຕອນບ່າຍຂອງມື້ນີ້ວັນທີ 10 ຕຸລາ 2020 ແລະ ຈະດຳເນີນໄປຈົນຮອດວັນທີ 18 ຕຸລາ 2020 ທີ່ ສູນການຄ້າ ລາວ-ໄອເຕັກ…

ທົ່ວໂລກມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1 ລ້ານຄົນຍ້ອນພະຍາດໂຄວິດ-19

ທົ່ວໂລກຍັງມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 214 ປະເທດ/ເຂດ ໝາຍຄວາມວ່າບັນດາປະເທດ ແລະ ເຂດທີ່ມີການແຜ່ລະບາດຂອງພະຍາດນີ້ ລວມທັງປະເທດທີ່ສາມາດຜະລິດວັກຊີນເພື່ອປ້ອງກັນພະຍາດນີ້ ຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງການແຜ່ລະບາດຂອງພະຍາດນີ້ໄດ້ 100 %, ມາຮອດວັນທີ 9 ຕຸລາ 2020 ນີ້ໄດ້ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ຫຼາຍ ກວ່າ 36 ລ້ານຄົນ,…

ຍີ່ປຸ່ນ ມອບອຸປະກອນກິລາຄົນພິການ ນໍາໃຊ້ເຂົ້າໃນການຝຶກຊ້ອມ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021

ລັດຖະບານ​ຍີ່ປຸ່ນ ໄດ້ສະໜັບສະໜູນ ອຸປະກອນກິລາຄົນພິການ ໃຫ້ຄະນະກຳມະການພາຣາແລມປິກ ແຫ່ງຊາດລາວ ເພື່ອປະກອບສ່ວນໃຫ້ຄູຝຶກ ແລະ ນັກກິລາ ໄດ້ໄປນໍາໃຊ້ເຂົ້າໃນການ ຝຶກແອບ-ຝຶກຊ້ອມ ໃນການຍົກລະດັບຄວາມຮູ້-ຄວາມສາມາດດ້ານກິລາໃຫ້ດີຂຶ້ນເທື່ອລະກ້າວ, ໂດຍສະເພາະແນໃສ່ຝຶກຊ້ອມນັກກິລາຄົນພິການ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021 ທີ່ຈະມາເຖິງນີ້.​ ການສະໜັບສະໜູນ​ອຸປະກອນຄັ້ງນີ້ແມ່ນ ພາຍໃຕ້ໂຄງການຊ່ວຍເຫຼືອ ວັດທະນະທຳ…

ເຕືອນປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ ລຽບຕາມແມ່ນໍ້າເຊກອງຕອນເທິງ ແລະ ຕອນລຸ່ມຈົ່ງມີສະຕິລະວັງຕົວ ແລະ ກຽມຮັບມືກັບສະພາບນໍ້າທີ່ອາດຈະເພີ່ມຂຶ້ນ

ໃນຕອນເຊົ້າຂອງວັນທີ 9 ຕຸລານີ້, ລະດັບແມ່ນໍ້າເຊກອງ ຕອນເທິງ ແລະ ຕອນລຸ່ມ ຢູ່ແຂວງເຊກອງ ແລະ ອັດຕະປື ເລີ່ມຍຶ່ງຂຶ້ນແລ້ວຫຼັງຈາກທີ່ບໍລິສັດຮຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື່ອຍ) ປະເທດ ສສ ຫວຽດນາມ ໄດ້ປ່ອຍນໍ້າອອກຈາກເຂື່ອນເພື່ອບໍລິຫານອ່າງເກັບນໍ້າເຂື່ອນໄຟຟ້າດັ່ງກ່າວໃນເວລາ 8 ໂມງ 00. ກ່ອນໜ້ານີ້,…