ນາຍົກລັດຖະມົນຕີເນັ້ນຫນັກໃຫ້ບໍລິສັດນະຄອນຫລວງອຸດສາຫະກໍາເຫຼັກຈໍາກັດ VSI ສືບຕໍ່ເສີມຂະຫຍາຍຈຸດດີ ແລະ ແກ້ບັນຫາ ທີ່ເປັນຕົວກົດໜ່ວງຖ່ວງດຶງການຜະລິດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ບໍລິສັດນະຄອນຫລວງອຸດສາຫະ ກໍາ ເຫລັກຈໍາກັດ VSI ບ້ານຊຽງຄວນ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາທີ່ຜ່ານມາ …

ເດັກນ້ອຍ, ຄູອາຈານ ບ້ານ SOS ໄດ້ຮຽນຮູ້ກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19

ໂຄງການບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ໄດ້ຮັບຟັງການເຜີຍແຜ່ຂໍ້ມູນຂ່າວສານ ແລະ ວິທີປ້ອງກັນການລະບາດຂອງພະຍາດ Covid-19 ຈາກວິທະຍາກອນກອນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລົງເຜີຍແຜ່ວຽກງານ ແລະ ວິທີຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ນ້ອງນັກຮຽນ, ພະນັກງານ, ຄູອາຈານ ແລະ ແມ່-ນ້າສາວ ທີ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ແລະ…

ຈີນ ມອບປຶ້ມ “ສີຈິ້ນຜິງ” 1000 ຫົວໃຫ້ ລາວ

ສະພາການຄ້າຈີນຕ່າງດ້າວ ປະຈຳ ສປປລາວ ໄດ້ມອບປຶ້ມ “ສີຈິ້ນຜິງ” ເຫລັ້ມ II 500 ຫົວ ແລະ ປຶ້ມ “ສີຈິ້ນຜິງ” ເຫລັ້ມ Ill 500 ຫົວ ໃຫ້ແກ່ລັດຖະບານລາວ ເພື່ອຈະແຈກຢາຍໃຫ້ຄະນະພັກ ແຕ່ລະກະຊວງ ແລະ…

ຮອງລັດຖະມົນຕີກະຊວງ ຖວທ ແນະນໍາໃຫ້ສື່ມວນຊົນຮີບຮ້ອນປ່ຽນແປງ ແລະ ແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງໃນ ໄລຍະການລະບາດຂອງພະຍາດໂຄວິດ-19

ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ, ຜູ້ຮູ້ແທງ ຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານ ອຸປະສັກ, ຜູ້ທີ່ຮັກ ຄວາມຈິງ, ຜູ້ທີ່ຍິງ ຖືກເປົ້າ” ທີ່ທ່ານທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໄດ້ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ…

ຢູນີເທວ ສະໜັບສະໜູນໂທລະສັບມືຖື ເພື່ອຮັບໃຊ້ການສື່ສານວຽກງານປ້ອງກັນພະຍາດໂຄວິດ-19​​ ຢູ່ແຂວງໄຊສົມບູນ

ບໍລິສັດສະຕຣາໂທລະຄົມ (ຢູນີເທວ) ​ສາຂາ​ ແຂວງໄຊສົມບູນ ໄດ້ຊ່ວຍເຫຼືອວຽກງານປ້ອງກັນ,​ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ຢູ່ແຂວງໄຊສົມບູນ, ໂດຍການ ອຸປະຖໍາໂທລະສັບມືຖື ຈໍານວນ 24 ໜ່ວຍ ໃຫ້ແກ່ພະແນກສາທາລະນະສຸກ ແຂວງໄຊສົມບູນລວມມູນຄ່າທັງໝົດ 28 ລ້ານກວ່າກີບ. ໃນນັ້ນ ພະແນກສາທາລະນະສຸກ ແຂວງໄຊ…

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນຢູ່ລາວ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ ​ໂລກ​ສາຍ​ພັນໃໝ່ COVID-19 ແຈ້ງໃຫ້ຮູ້ມື້ເຊົ້າວັນທີ 11 ກັນຍາ ປີ 2020 ນີ້ວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ ຊຶ່ງເປັນ ຄົນທີ 23 ໄດ້ຖຶກນໍາສົ່ງໄປປິ່ນປົວຢູ່ໂຮງໝໍມິດ…

ອົງການສາກົນຊ່ວຍອຸປະກອນ ເພື່ອຮັບໃຊ້ວຽກງານການແກ້ໄຂທຸກຮູບ ແບບຄວາມຮຸນແຮງ ແລະ ການຄ້າມະນຸດໃນແມ່ຍິງ ແລະ ເດັກນ້ອຍຢູ່ລາວ

ອົງການຢູນິເຊັບ (UNICEF) ປະຈໍາ ສປປ ລາວ ໄດ້ມອບຍານພາຫະນະ, ອຸປະກອນ ໄອທີ, ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫຼີ້ນຂອງເດັກເພື່ອ ການຮຽນຮູ້, ສ້າງຈິນຕະນາການ ແລະ ເພື່ອການຜ່ອນຄາຍ ລວມເປັນມູນຄ່າ 48,545 ໂດລາສະຫະລັດ ໃຫ້ກັບກົມແຜນການ ແລະ…

ຄວາມຕ້ອງການເລືອດຢູ່ລາວສູງເຖິງ 80.000 ຖົງຕໍ່ປີ ແຕ່ສະໜອງໄດ້ພຽງແຕ່ 60.000 ຖົງ

ສູນເລືອດແຫ່ງຊາດອົງການກາແດງລາວ ແຈ້ງໃຫ້ຮູ້ ວ່າ: ການຈັດກິດຈະກໍາບໍລິຈາກເລືອດແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ ຄວາມຕ້ອງການໃຊ້ເລືອດແມ່ນເພີ່ມຂຶ້ນ ແລະ ສາ ມາດສະໜອງໄດ້ພຽງແຕ່ 60.000 ຖົງຕໍ່ປີ ຊຶ່ງ ຄວາມຕ້ອງການແມ່ນ 80.000 ຖົງ/ປີ. ຫົວໜ້າສູນເລືອດແຫ່ງຊາດອົງການກາແດງລາວ ທ່ານຈັນທະລາ ສຸກສາຄອນໄດ້ກ່າວຕໍ່ ທີມງານ…

ປະຊາຊົນລາວຍັງກືກໜັງສື ແລະ ເດັກ ນ້ອຍ ບໍ່ໄດ້ເຂົ້າເຖິງການສຶກສາມີຈຳນວນຫຼາຍ

ກະຊວງສຶກສາ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ຍັງມີ ປະຊາຊົນລາວທີ່ບໍ່ຮູ້ໜັງສື ແລະ ເດັກນ້ອຍລາວ ທີ່ບໍ່ໄດ້ເຂົ້າເຖິງການສຶກສາ ແລະ ປະລະຈາກໂຮງ ຮຽນຊັ້ນປະຖົມຈໍານວນຫຼາຍ, ຊຶ່ງເປັນສິ່ງທີ່ທ້າ ທາຍຕໍ່ການພັດທະນາການສຶກສາ-ກິລາ ຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ. ລັດຖະມົນຕີກະຊວງສຶກສາ ທິການ…

ທ່ອງທ່ຽວຕາກອາກາດທີ່ອ່າງນໍ້າຕຽນ ແຂວງໄຊຍະບູລີ

ຖ້າເວົ້າເຖິງສະຖານທີ່ທ່ອງທ່ຽວຕາກອາກາດເພື່ອພັກຜ່ອນຍ່ອນອາລົມຂີ່ເຮືອຊົມທໍາມະຊາດແລ້ວ ນັກທ່ອງທ່ຽວຫຼາຍທ່ານຄືຊິ ບໍ່ ປະ ຕິເສດທີ່ຈະໄປທ່ອງທ່ຽວຕາກອາກາດຢູ່ ອ່າງນໍ້າຕຽນທີ່ເມືອງ ແລະ ແຂວງໄຊຍະບູລີ. ອ່າງນໍ້າດັ່ງກ່າວຕັ້ງຢູ່ບ້ານໂນນສະຫວັນ ຫ່າງຈາກເທດສະບານເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 6 ກິໂລແມັດ. ອ່າງນໍ້າຕຽນໄດ້ຖືກພັດທະນາຈາກອ່າງເກັບນໍ້າທໍາມະຊາດໃຫ້ກາຍມາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ເຊິ່ງນອກຈາກນັກທ່ອງທ່ຽວ ຈະ ໄດ້ສໍາຜັດພົບພໍ້ກັບທິວທັດທໍາມະຊາດ ອັນ ສວຍງາມແລ້ວ ກໍ່ຍັງຈະໄດ້ຊົມຮອຍ…