ມາດຕະການຜ່ອນຜັນໃໝ່ ສາມາດເດີນທາງລະຫວ່າງແຂວງໄດ້ ເລີ່ມວັນຈັນນີ້

ຄະນະສະເພາະກິດ ໄດ້ປະກາດມາດຕະການຜ່ອນຜັນເພີ່ມຕື່ມ ເຊີ່ງປະເດັນສໍາຄັນ ແມ່ນອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງ ແຂວງ ຫາ ແຂວງ. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນຕອນບ່າຍມື້ນີ້…

ລັດຖະບານ ຈະມີແຈ້ງການສະບັບໃໝ່ກ່ຽວກັບມາດຕະການປ້ອງກັນໂຄວິດ-19

ລັດຖະບານ ຈະມີແຈ້ງການສະບັບໃໝ່ໃນໄວໆນີ້ ກ່ຽວກັບການຜ່ອນຜັນຕື່ມອີກບາງມາດຕະການ ໃນການຕ້ານພະຍາດໂຄວິດ-19 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ວ່າ ລັດຖະບານໄດ້ຈັດກອງປະຊຸມ ໃນຕອນເຊົ້າມື້ນີ້ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ, ເຊິ່ງໄດ້ຮັບຟັງການລາຍງານ ການປະເມີນຜົນສະພາບການລະບາດຂອງພະຍາດ…

ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ

ພຽງເດືອນດຽວມີຜູ້ເສຍຊີວິດແລ້ວ 71 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ ທີ່ເກີດຂຶ້ນ 435 ຄັ້ງ ໃນທົ່ວປະເທດ, ຊຶ່ງນະຄອນຫລວງວຽງຈັນຍັງເປັນອັນດັບໜື່ງທີ່ເກີດອຸປະຕິເຫດຫຼາຍກວ່າແຂວງອື່ນໆ ໂດຍມີອຸປະຕິເຫດເກີດຂຶ້ນ 64 ຄັ້ງເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ.   ພະແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້ລາຍງານໃນ ​ວັນ​ທີ 13 ພຶດ­ສະ­ພາ…

ອັກຄີໄພທີ່ເກີດຢູ່ນະຄອນຫຼວງວຽງຈັນ ມັກເກີດຈາກ 3 ຢ່າງ

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນໄດ້ ແຈ້ງໃຫ້ຮູ້ວ່າ: ສາເຫດຫຼັກທີ່ກໍ່ໃຫ້ເກີດອັກຄີໄພຢູ່ນະຄອນຫຼວງວຽງຈັນມີ 3 ຢ່າງ ຄື: ຈາກໄຟຟ້າລັດວົງຈອນ, ການຈູດທູບ-ໄຕ້ ທຽນບູຊາ ແລະ ເກີດຈາກການຈູດຂີ້ເຫຍື້ອ. ທ່ານ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ…

ຄະນະສະເພາະກິດ ຢືນຢັນບໍ່ໄດ້ປົກປິດຂໍ້ມູນກໍລະນີໂຄວິດ-19

ຄະນະສະເພາະກິດ ຢືນຢັນໃນໂອກາດ ຖະແຫຼງຂ່າວມື້ນີ້ວ່າ ສປປ ລາວ ບໍ່ໄດ້ປົກປິດຂໍ້ມູນກໍລະນີພະຍາດໂຄວິດ-19 ຕາມທີ່ກຸ່ມຄົນບໍ່ດີຈໍານວນໜຶ່ງກ່າວຫາເພື່ອໃສ່ຮ້າຍປ້າຍສີ. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ກ່າວໃນໂອກາດຖະແຫຼງຂ່າວວ່າ ທຸກຄົນທີ່ເຂົ້າມາລາວ ຕາມຈຸດຜ່ານດ່ານຕ່າງໆ ໃນທົ່ວປະເທດ ແມ່ນໄດ້ມີການກວດ ແລະ…

ວັນປູກຕົ້ນໄມ້ແຫ່ງຊາດປີນີ້ຈະບໍ່ມີການຈັດພິທີໃຫຍ່

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.  ແຈ້ງການໄດ້ລະບຸ ໃຫ້ພະແນກກະສິກໍາ…

6 ຄົນ ທີ່ກໍາລັງປີ່ນປົວຢຸ່ໂຮງໝໍ ຈະໄດ້ກວດວິເຄາະຊອກຫາເຊື້ອອີກໃນໜຶ່ງອາທິດຕໍ່ໜ້າ

ຄະນະສະເພາະກິດ ລາຍງານໃຫ້ຊາບໃນຕອນບ່າຍມຶ້ນີ້ວ່າ ຈໍານວນ 6 ຄົນ ລວມທັງຜູ້ຕິດເຊື້ອກໍລະນີທີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜຶ່ງອາທິດຕໍ່ໜ້າ. ຖ້າຫາກວ່າຜົນກວດບໍ່ພົບເຊື້ອໂຄວິດ-19 ຕິດຕໍ່ກັນ 2 ຄັ້ງພາຍໃນ 24 ຊົ່ວໂມງແມ່ນຈະໄດ້ອະນຸຍາດໃຫ້ອອກໂຮງໝໍ. ທ່ານ…

ພົບການລັກລອບນໍາເຂົ້າຊີ້ນໝູຜິດກົດໝາຍຢູ່ ແຂວງສະຫວັນນະເຂດ

ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສົມທົບກັບກໍາລັງທະຫານຊາຍແດນ ໄດ້ອອກຕະເວນກວດກາລຽບຕາມຊາຍແດນແມ່ນໍ້າຂອງໃນບໍ່ດົນມານີ້ ພົບການລັກລອບນໍາເຂົ້າຊີ້ນໝູ ຈາກປະເທດເພື່ອນບ້ານ. ອີງຕາມການລາຍງານຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ  ໄດ້ພົບເຫັນເຮືອຫາງຍາວ ຈໍານວນ 1 ລໍາ ທີ່ຈອດຢູ່ ແຄມແມ່ນໍ້າຂອງເບື້ອງຝັ່ງລາວ ໂດຍບໍ່ມີຄົນ ຂັບ…

ທີມ​ຊາດ​ລາວ ​ກຽມ​ເຂົ້າຮ່ວມ​ແຂ່ງ​ຂັນບານເຕະ​ຊີງ​ແຊ້ມ​ອາ​ຊີ

ສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ ກຽມ​ເຂົ້າຮ່ວມງານຈັບ​ສະຫຼາກ ການ​ແຂ່ງ​ຂັນ​ບານເຕະຊາຍ ​ຊີງ​ແຊ້ມ​ອາ​ຊີ ຮຸ່ນ​ອາ​ຍຸ​ບໍ່​ເກີນ 19 ປີ ແລະ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ, ເຊິ່ງຈະຈັດຂຶ້້ນໃນ​ວັນ​ທີ 18 ມິ​ຖູ​ນາ 2020 ຢູ່​ທີ່​ສຳ​ນັກ​ງານສະ​ຫະ​ພັນ​ບານ​ເຕະ​ອາ​ຊີ ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປະ​ເທດ​ມາ​ເລ​ເຊຍ. ອີງຕາມຂໍ້ມູນຈາກສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ ລາຍງານວ່າ:…

ອາດມີຝົນຕົກ, ລົມພັດແຮງຢູ່ບາງທ້ອງຖີ່ນໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້

ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈໍາວັນທີ 10 ພຶດສະພາ 2020 ໄດ້ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນທ້າຍຕອນບ່າຍ ຫາ ຄໍ່າຂອງມື້ນີ້. ພ້ອມດຽວກັນ…