ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາ ຈະຖືກລົງໂທດ ຕັດອິດສະລະພາບແຕ່ 10 ປີ ຫາ 15 ປີ ແລະ ປັບໃໝເງິນ

ການກະທໍາຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ໂດຍອີງຕາມກົດໝາຍອາຍາແຫ່ງ ສປປ ລາວ ມາດຕາ 188 ໄດ້ລະບຸໄວ້ວ່າ: ຫາກບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ 10 ປີ ຫາ 15 ປີ ແລະ ປັບໃໝເງິນ ແຕ່ 5…

ງານມະໂຫລານສຽງແຄນເຊື້ອຊາດລາວ ຈະຈັດຂຶ້ນວັນສຸກນີ້

ງານມະໂຫລານສຽງແຄນເຊື້ອຊາດລາວມໍລະດົກໂລກ ຈະຈັດຂຶ້ນໃນວັນທີ 18 ທັນວາ 2020 ນີ້ ຢູ່ຫໍວັດທະນະທໍາແຫ່ງຊາດ, ຊຶ່ງພາຍໃນງານຈະມີຫຼາຍກິດຈະກໍາສໍາຄັນ ເຊັ່ນ: ການແຂ່ງຂັນສຽງແຄນເຊື້ອຊາດລາວ ມໍລະດົກໂລກ ກັບຮຸ້ນສືບທອດຍິງ-ຊາຍ ອາຍຸລະຫວ່າງ 7-14 ປີ, ແຂ່ງຂັນສີມືຊ່າງເຮັດແຄນດີເດັ່ນທົ່ວປະເທດ ປະຈໍາປີ 2020 ແລະ ກິດຈະກໍາອື່ນໆ…

ທະຫານແຂວງສະຫວັນນະເຂດກວດພົບຄັນຊາອັດແທ່ງໜັກເກືອບເຄິ່ງໂຕນ

ພະແນກທະຫານຊາຍແດນຮ່ວມກັບກອງຮ້ອຍທະຫານຊາຍແດນ 324 ແຂວງສະຫວັນນະເຂດ ແລະ ອຳນາດການປົກຄອງບ້ານຜັກຂະ ນະຄອນໄກສອນພົມວິຫານ ໄດ້ເຂົ້າກວດຄົ້ນເຮືອນເປົ້າຫມາຍຜູ້ຕ້ອງສົງໃສຄ້າ-ຂາຍຢາເສບຕິດ ເມື່ອບໍ່ດົນມານີ້ ຊຶ່ງເປັນເຮືອນນາງດອນ ພົບເຫັນສິ່ງທີ່ຜິດກົດໝາຍປະເພດຄັນຊາອັດແທ່ງ 11 ເປົາ ໜັກ 468 ກິໂລ, ສ່ວນເຈົ້າຂອງເຮືອນແມ່ນເອົາຕົວຫຼົບໜີ. ປັດຈຸບັນນີ້, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມນາງດອນ ເພື່ອມາດໍາເນີນຄະດີ ແລະ…

ພົບພະຍາດໄຂ້ຍຸງລາຍຢູ່ລາວແຜ່ເຊື້ອໃນລະດູໜາວ

ຕາມປົກກະຕິຜ່ານມາແລ້ວພະຍາດໄຂ້ຍຸງລາຍຈະແຜ່ເຊື້ອ ໃນລະດູຝົນເທົ່ານັ້ນ, ແຕ່ປັດຈຸບັນນີ້ຢູ່ ປະເທດລາວເຮົາພົບພະຍາດໄຂ້ຍຸງລາຍທີ່ແຜ່ເຊື້ອໃນລະດູໜາວແລ້ວຊຶ່ງໃນນີ້ຖືວ່າເປັນປະກົດການໃໝ່ຂອງພະຍາດນີ້. ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວ ກ່ຽວກັບສະພາບຂອງການແຜ່ລະບາດຂອງພະຍາດຍຸງລາຍເມື່ອບໍ່ດົນມານີ້ວ່າ: ເປັນປະກົດການໃໝ່ຂອງພະຍາດໄຂ້ຍຸງລາຍຢູ່ລາວທີ່ສາມາດແຜ່ເຊື້ອໃນລະດູໜາວເພາະຜ່ານມາບໍ່ເຄີຍພົບພະຍາດນີ້ແຜ່ລະບາດໃນລະດູນີ້ເລີຍ. ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2020 ນີ້ ຢູ່ລາວມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າ 8.000…

ພັກ-ລັດ ຕັ້ງກອງບຸນ 13 ກອງ ເພື່ອອຸທິດໃຫ້ດວງວິນຍານທ່ານ ປະທານ ໄກສອນ ພົມວິຫານ

 ການນຳພັກ, ລັດ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວໄດ້ຕັ້ງກອງບຸນ 13 ກອງ ເມື່ອວັນທີ 12 ທັນວາ 2020 ທີ່ຜ່ານມາ ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ…

ໂຮງໝໍມິດຕະພາບ 150 ຕຽງ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກຈາກບໍລິສັດ ລາວອາຊີ

 ບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດໄດ້ມອບຜ້າອັດປາກອະນາໄມ ຈຳນວນ 10.000 ແຜ່ນ ເພື່ອປ້ອງກັນພະຍາດ ໂຄວິດ-19 ໃຫ້ໂຮງໝໍມິດຕະພາບ150 ຕຽງ. ພິທີມອບ-ຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ) ຊຶ່ງກ່າວມອບໂດຍ ທູດເສດຖະກິດຈາກສຳນັກງານທູດເສດຖະກິດຈີນ ທ່ານ…

ປະເທດລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຈີນ ແລະ ກໍາບູເຈຍ. ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ…

ງານວາງສະແດງຜະລິດຕະພັນລາວ ຈະຈັດຂຶ້ນທາ້ຍເດືອນນີ້

ງານວາງສະແດງຜະລິດຕະພັນລາວ 2020 (Made in Laos 2020 ) ເພື່ອກະຕຸ້ນເສດຖະກິດພາຍໃນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19, ກຽມຈັດຂຶ້ນລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ,…

ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້ຢ່າງແນ່ນອນ…

ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຍ້ອນອຸບັດເຫດຫຼາຍກວ່າແຂວງອື່ນໆ ໃນເດືອນພະຈິກຜ່ານມາ 

ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດເກີດຂຶ້ນຫຼາຍກ່ວາໝູ່ໃນຂອບເຂດທົ່ວປະເທດ ໃນເດືອນພະຈິກ 2020 ຜ່ານມາ ແມ່ນຢູ່ ນະຄອນຫຼວງວຽງຈັນ, ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 25 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 145 ກໍລະນີ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ ມີຜູ້ເສຍຊີວິດ…