ຫ້າມລົງໂທດປະຫານຊີວິດຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເກີນ 60 ປີ ໃຫ້ໃສ່ໂທດຕັດອິດສະລະພາບຕະຫຼອດຊີວິດແທນ
ອີງຕາມມາດຕາທີ 51 ກ່ຽວກັບໂທດປະຫານຊີວິດ ຂອງໝວດທີ 5 ນີ້ລະບຸໄວ້ວ່າ: ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາທີ່ກໍາກົດການກະທໍາຜິດທາງອາຍາ ແລະ ໂທດ. ການປະຫານຊີວິດຢູ່ ສປປ ລາວ ແມ່ນໃຫ້ປະຕິບັດດ້ວຍການຍິງເປົ້າ. ໃນໂທດປະຫານຊີວິດນີ້ຕາມປະມວນກົດໝາຍ ຍັງມີຂໍ້ຍົກເວັ້ນປະຫານຊີວິດຜູ້ກະທໍາຜິດ ເຊັ່ນ: ບຸກຄົນທີ່ກະທໍາຜິດທີ່ມີອາຍຸຕໍ່າກວ່າ 18 ປີ,…

