Skip to content
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
x
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
ພາຍໃນປະເທດ
Admin
06 December 2020
ນາງ ບຸນພະສອນ ບຸດດາລາ ໄດ້ເປັນນາງສາວລາວປີ 2020
ຈົບໄປແລ້ວສໍາລັບງານການປະກວດນາງສາວລາວ ຫຼື Miss Laos ໃນຄ່ຳຄືນວັນທີ 5 ທັນວາ 2020 ທີ່ຜ່ານມາ ທີ່ໂຮງແຮມ ແລນມາກ ແມ່ຂອງ ຊຶ່ງຜົນການປະກວດ ປະກົດວ່າຜູ້ຊະນະເລີດໄດ້ເປັນນາງສາວລາວ ປີ 2020 ໄດ້ແກ່ ນາງ ບຸນພະສອນ ບຸດດາລາ…
ພາຍໃນປະເທດ
Admin
05 December 2020
ການແລ່ນ ວຽງຈັນມາຣາທອນຖືກເລື່ອນ ອອກໄປແບບບໍ່ມີກໍານົດຍ້ອນພະຍາດໂຄວິດ-19
ລັດຖະບານບໍ່ອະນຸຍາດໃຫ້ເປີດການແລ່ນວຽງຈັນມາຣາທອນຄັ້ງທີ 2 ຕາມການສະເໜີຂອງຜູ້ຈັດງານ ແລະ ເລື່ອນອອກໄປແບບບໍ່ມີກໍານົດຍ້ອນວ່າຈະມີນັກແລ່ນເຂົ້າຮ່ວມເປັນຈໍານວນຫຼາຍຈຶ່ງເຮັດໃຫ້ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ຂະຫຍາຍເປັນວົງກວ້າງຢູ່ບັນດາປະເທດອ້ອມຂ້າງ ແລະ ທົ່ວໂລກ, ເຖິງແມ່ນວ່າຈະບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນປະເທດກໍ່ຕາມ ຊຶ່ງຈໍານວນ 39 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ແມ່ນເດີນທາງມາແຕ່ຕ່າງປະເທດ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການບໍ່ອະນຸຍາດ ຫຼື ໃຫ້ເລື່ອນເວລາຈັດການແລ່ນດັ່ງກ່າວອອກໄປຢ່າງບໍ່ມີກຳນົດໃນມື້ວັນທີ 4 ທັນວາ 2020 ທີ່ຜ່ານມາ,…
ພາຍໃນປະເທດ
Admin
05 December 2020
ສປປ ລາວມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນລະດັບທີ່ຍັງສາມາດຮັບມືໄດ້
ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະມັດຊາໃຫຍ່ ອົງການ ສປຊ ຄັ້ງທີ 31 ແບບທາງໄກ ກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ຂຶ້ນເມື່ອບໍ່ດົນມານີ້ ທີ່ນິວຢອກ ປະເທດສະຫະລັດ ອາເມລິກາ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ຊຶ່ງເຂົ້າຮ່ວມກອງປະຊຸມດັ່ງກ່າວຕາງໜ້າຝ່າຍລາວ ໂດຍທ່ານ ທອງລຸນ…
ພາຍໃນປະເທດ
Admin
05 December 2020
ຫຼວງນໍ້າທາ ຍັງມີການລັກລອບລ່າສັດ ແລະ ລັກຕັດໄມ້ແບບຜິດກົດໝາຍ
ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ຈູດທໍາລາຍສັດປ່າ, ຊິ້ນສ່ວນສັດປ່າ, ອາວຸດລ່າເນື້ອ ແລະ ຈັກຕັດໄມ້ ທີ່ຢຶດຈາກປະຊາຊົນຜູ້ກະທຳຜິດຕໍ່ລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ຮອງຫົວໜ້າຫ້ອງວ່າການແຂວງ ທ່ານ ສຸລິວັນ ພົມມະຈິດ ແລະ ຮອງກອງກວດກາປ່າໄມ້ ພະແນກກະສິກຳ…
ພາຍໃນປະເທດ
Admin
05 December 2020
ຊາຍຈີນ 2 ຄົນຕິດໂຄວິດ-19 ລັກລອບເຂົ້າເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ຊາຍຈີນ 2 ຄົນ ທີ່ເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງຢູ່ເມືອງທ່າຂີ່ເຫຼັກ ປະເທດມຽນມາ ເຊິ່ງກົງກັນຂ້າມກັບບ້ານມ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ລັກລອບເຂົ້າມາ ສປປ ລາວ ໃນວັນທີ 24 ພະຈິກ 2020 ກ່ອນຈະລັກຂ້າມໄປປະເທດ ຈີນ ແລະ ຖືກຈັບ ແລ້ວກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ແມ່ນສາເຫດຫຼັກ…
ພາຍໃນປະເທດ
Admin
04 December 2020
ຄະນະສະເພາະກິດຕ້ານໂຄວິດ-19 ອອກແຈ້ງການສັ່ງປິດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ
ເພື່ອຮັບປະກັນໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເພີ່ມຂຶ້ນຢູ່ບັນດາປະເທດໃກ້ຄຽງ ເຊັ່ນ: ຢູ່ ແຂວງຊຽງໄໝ່, ແຂວງ ຊຽງລາຍ ປະເທດໄທ ແລະ ແຂວງທ່າຂີ້ເຫຼັກ ປະເທດມຽນມາ, ທັງຮັບປະກັນບໍ່ໃຫ້ເຂົ້າ-ອອກເມືອງ ເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ທ່ານຈອມສີ…
ພາຍໃນປະເທດ
Admin
04 December 2020
ຄົນລາວມີຄວາມກັງວົນເພີ່ມຂຶ້ນກ່ຽວກັບພະຍາດໂຄວິດ-19
ສັງຄົມລາວ ຫຼື ຄົນລາວມີຄວາມກັງວົນເພີ່ມຂຶ້ນກ່ຽວກັບພະຍາດໂຄວິດ-19 ພາຍຫຼັງທີ່ພົບຜູ້ຕິດເຊື້ອມື້ດຽວ 14 ກໍລະນີ ໃນເດືອນພະຈິກ 2020 ທີ່ຜ່ານມາ ແລະ ຫຼ້າສຸດເມື່ອວັນທີ 3 ທັນວາທີ່ຜ່ານມາ, ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການໃຫ້ໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດ ຢູ່ຈຸດດ່ານສາກົນບ້ານມອມ ແລະ ດ່ານສາກົນສາມຫຼ່ຽມຄໍາ ຢູ່ ເມືອງຕົ້ນເຜີ້ງ…
ພາຍໃນປະເທດ
Admin
04 December 2020
ສະຫະພັນບານເຕະແຫ່ງຊາດລາວ ເນັ້ນໃສ່ພັດທະນາ ນັກກິລາ ເຍົາວະຊົນ ເພື່ອເປັນນັກກິລາຮຸ່ນສືບທອດໃນອະນາຄົດ
ປະຈຸບັນ, ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແມ່ນເປີດໂອກາດໃຫ້ກັບບັນດາອະນຸຊົນ ແລະ ເຍົາວະຊົນ ແຕ່ລະສະໂມສອນ ແລະ ພາກສ່ວນຕ່າງໆໃນທົ່ວປະເທດ ໄດ້ມີເວທີສະແດງຄວາມສາມາດ, ພອນສະຫວັນດ້ານກິລາ, ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໜ່ ເພື່ອກຽມເປັນນັກກິລາຮຸ້ນສືບທອດໃນອະນາຄົດ. ໂດຍສະເພາະ ຫະພັນບານເຕະແຫ່ງຊາດລາວ ແລະ Mazda ກຽມຈັດການແຂ່ງຂັນບານເຕະລາຍການ Mazda…
ພາຍໃນປະເທດ
Admin
04 December 2020
ການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເປັນສາເຫດກໍ່ໃຫ້ເກີດອຸບັດເຫດ ທົ່ວປະເທດ
ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫ່ຍຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເກີດຂຶ້ນຈໍານວນຫຼາຍ ທີ່ເປັນປັດໄຈພາໃຫ້ເກີດອຸບັດເຫດ,ສະເພາະເດືອນພະຈິກ 2020 ຜ່ານມາ ນີ້ ມີຜູ້ເສຍຊີວິດເຖິງ 97 ຄົນ ເພີ່ມຂຶ້ນ 18 ຄົນຖ້າທຽບໃສ່ເດືອນຕຸລາທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 79 ຄົນ. ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນພະຈິກ 2020 ຂອງກົມຕຳຫຼວດຈະລາຈອນ…
ພາຍໃນປະເທດ
Admin
04 December 2020
ແຂວງຫຼວງນໍ້າທາອອກແຈ້ງການດ່ວນເຖິງປະຊາຊົນໃຫ້ເພີ່ມທະວີໃນການປ້ອງກັນພະຍາດ ໂຄວິດ-19
ຫ້ອງວ່າການແຂວງຫຼວງນໍ້າທາໄດ້ອອກແຈ້ງການດ່ວນເມື່ອວັນທີ 3 ທັນວາ 2020 ທີ່ຜ່ານມາ ເຖິງປະຊາຊົນພາຍໃນແຂວງໃຫ້ເພີ່ມທະວີມາດຕະການຕ້ານພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວີດ19 ວາງອອກຢ່າງເຂັ້ມງວດ, ແຕ່ຢ່າແຕກຕື່ນ, ໃຫ້ຢູ່ເຮືອນຂອງຕົນເປັນປົກກະຕິ, ໃຫ້ການຮ່ວມມືໃນເວລາເຈົ້າໜ້າທີ່ລົງໄປເອົາຂໍ້ມູນ, ເກັບກໍາສະພາບຄວາມເປັນຈິງ ເພື່ອແກ້ໄຂໃຫ້ທັນການ ພາຍຫຼັງທີ່ກວດພົບຄົນ ໄຂ້ທີ່ມີອາການຄ້າຍຄືນິຍາມຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາໃນວັນທີ 3…
1
...
151
152
153
154
155
...
270