Vientiane Times Lao

ຄິວລົດສາຍໃຕ້ ໄດ້ອອກມາປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດ

ສະຖານີຂົນສົ່ງໂດຍສານສາຍໃຕ້ ຫຼື ຄິວລົດສາຍໃຕ້ ປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດໃນບໍ່ດົນມານີ້ ຫຼັງຈາກມີການແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 1 ພຶດສະພາ 2020 ເລື່ອງສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ໃນລະຫວ່າງວັນທີ 4-17…

ໂຮງໝໍໄຊມັງກອນສາກົນ ຈະໃຫ້ການບໍລິການປິ່ນປົວສະມາຊີກປະກັນສຸຂະພາບແຫ່ງຊາດ

ຫ້ອງການປະກັນສູຂະພາບແຫ່ງຊາດ ກະຊວງສາທາລະນະສູກ ແລະ ໂຮງໝໍໄຊມັງກອນສາກົນ ຢູ່ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມການບໍລິການປິ່ນປົວສູຂະພາບສູ່ຊຸມຊົນໃນແຂວງເປົ້າໝາຍຂອງປະເທດ. ການຮ່ວມມືນີ້ ເພຶ່ອສົ່ງເສີມສິດແລະຜົນປະໂຫຍດ ຂອງຜູ້ທີ່ເປັນສຳມະຊີກທີ່ຂື້ນກັບຫ້ອງການປະກັນສຸຂະພາບແຫ່ງຊາດສາມາດໄປຮັບການລິການປິ່ນປົວສູຂະພາບຢູ່ໂຮງໝໍເອກະຊົນໃນແຂວງເປົ້າໝາຍຂອງປະເທດ. ພິທີເຊັນສັນຍາໄດ້ຈັດຂື້ນໃນວັນທີ 5 ພຶດສະພາ 2020 ລະຫວ່າງ ດຣ ນິກອນ ວົງສະຫວັດ ຮັກສາການຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ…

ສສກ ກຽມເປີດການຮຽນ-ການສອນ ເລີ່ມວັນທີ 18 ພຶດສະພາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ອອກແຈ້ງການ ໃນວັນທີ 4 ພຶດສະພາ 2020 ວ່າ: ກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສຳລັບຊັ້ນປະຖົມສຶກສາ ປີທີ 5, ຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7 ເລີ່ມແຕ່ວັນທີ…

ບໍ່ພົບຜູ້ຕິດເຊື້ອເພີ່ມ ເປັນຂ່າວດີສໍາລັບມື້ທໍາອິດຂອງການປະຕິບັດມາດຕະການຜ່ອນຜັນ

ບໍ່ມີລາຍງານພົບຜູ້ຕິດເຊື້ອເພີ່ມໃໝ່ ຖືວ່າເປັນຂ່າວດີສໍາລັບມື້ທໍາອິດໃນການປະຕິບັດມາດຕະການຜ່ອນຜັນໃນມື້ນີ້, ນັ້ນໝາຍຄວາມວ່າຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ຍັງແມ່ນ 19 ຄົນເທົ່າເດີມ. ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ 9 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມ…

ໂຄງການກໍ່ສ້າງຕ້ານເຈື່ອນແຄມຂອງຢູ່ແຂວງສະຫວັນນະເຂດ ຈະສໍາເລັດໃນປີໜ້າ

ໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີສອງໜ້າວຽກທີ່ສໍາຄັນເພື່ອສ້າງນະຄອນໄກສອນ ພົມວິຫານ ໃຫ້ມີໃບໜ້າອັນໃໝ່ໆ ເປັນເມືອງທີ່ສະອາດ ແລະ ສວຍງາມ, ມີມູນຄ່າກໍ່ສ້າງທັງໝົດ 4,5 ລ້ານໂດລາ. ຈໍານວນເງິນດັ່ງກ່າວແມ່ນກູ້ຢືມຈາກທະນາຄານພັດທະນາອາຊີ ຊຶ່ງແມ່ນບໍລິສັດລາວມີໄຊກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ. ວຽກທີ 1 ແມ່ນການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງມີຄວາມຍາວທັງໝົດ 980…

ການລ້າງມືໃຫ້ສະອາດສາມາດປ້ອງກັນພະຍາດຕິດຕໍ່ໄດ້

ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈໍາລາວ ຈັດພິທີສະຫຼອງວັນລ້າງມືສາກົນ ໃນມື້ເຊົ້ານີ້ ພາຍໃຕ້ຄໍາຂວັນ “ຊີວິດປອດໄພ ໃສ່ໃຈລ້າງ ມືເລື້ອຍໆ” ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນໂອກາດສະຫຼອງວັນລ້າງມືສາກົນ ໃນວັນທີ 5 ພຶດສະພາ 2020…

ລັດ ອະນຸຍາດການບໍລິການຂົນສົ່ງໂດຍສານໃນນະຄອນຫຼວງ ແລະ ພາຍໃນຂອງແຕ່ລະແຂວງ

ລັດຖະບານ ຍັງບໍ່ອະນຸຍາດເປີດການບໍລິການແລ່ນລົດໂດຍສານລະຫວ່າງນະຄອນຫຼວງວຽງຈັນ ໄປຫາບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ລວມທັງລະຫວ່າງແຂວງຕໍ່ແຂວງ ໃນໄລຍະນີ້ ອັນນີ້ກໍ່ເພື່ອສືບຕໍ່ຕ້ານ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19. ສະເພາະໄລຍະການຈັດຕັ້ງປະຕິບັດມາດຕະການຜ່ອນຜັນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ລັດຖະບານ ພຽງແຕ່ອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງໂດຍສານຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງຂອງຕົນນັ້ນເທົ່ານັ້ນ, ເຊິ່ງລົດໂດຍສານທີ່ອະນຸຍາດປະກອບມີລົດເມ,…

ມື້ອື່ນເປັນມື້ປະຕິບັດມາດຕະການຜ່ອນຜັນ, ແຕ່ການປ້ອງກັນຕ້ອງໄດ້ສືບຕໍ່

ມື້ອື່ນ ເປັນມື້ທໍາອິດໃນການປະຕິບັດມາດຕະການຜ່ອນຜັນ, ແຕ່ທຸກຄົນຕ້ອງສືບຕໍ່ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ໃຫ້ຖືກຕ້ອງ ເພື່ອຫຼີກເວັ້ນຄວາມສ່ຽງຕໍ່ການຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19. ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບວ່າ ມາດຕະການຜ່ອນຜັນນີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດນັບແຕ່ວັນທີ 4 ຫາວັນທີ 17 ພຶດສະພາ 2020 ສະນັ້ນຮຽກຮ້ອງໃຫ້ທຸກຄົນຈົ່ງເປັນເຈົ້າການໃນການປະຕິບັດບັນດາຄໍາແນະນໍາໃຫ້ຖືກຕ້ອງເຊັ່ນ ວັດແທກອຸນຫະພູມຮ່າງກາຍ ຖ້າຫາກເຫັນວ່າອຸນຫະພູມສູງກວ່າ…

ຜູ້ເຄີຍປ່ວຍຈາກພະຍາດ ໂຄວິດ-19 ທີ່ໄດ້ປິ່ນປົວແລ້ວ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອ

ຊຽນຊານດ້ານພະຍາດໂຄວິດ-19 ຢືີນຢັນວ່າ ຜູ້ເຄີຍຕິດເຊື້ືອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ. ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ…

ບໍ່ຄວນນິ້ງນອນໃຈ ເຖິງວ່າບໍ່ພົບຜູ້ຕິດເຊື້ອພະບາດໂຄວິດ-19 ໃໝ່ເພີ່ມຂຶ້ນກໍ່ຕາມ

ບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ກໍ່ໄດ້ຕີລາຄາສູງວ່າ ສປປ ລາວ ມີມາດຕະການປ້ອງກັນແຕ່ຫົວທີໄດ້ດີ ຈຶ່ງສາມາດ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ຂະຫຍາຍອອກສູ່ວົງກວ້າງ, ພາຍຫຼັງທີ່ບໍ່ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ນັບແຕ່ ວັນທີ 12 ເມສາ 2020 ເປັນຕົ້ນມາ. ມາຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດພຽງແຕ່…