ເວັບໄຊ www.covid19.gov.la ເປັນແຫຼ່ງສະໜອງຂໍ້ມູນກ່ຽວກັບໂຄວິດ-19

www.covid19.gov.la ເປັນເວັບໄຊທີ່ສະໜອງຂໍ້ມູນ-ຂ່າວສານ ສະເພາະກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຊຶ່ງຈະລາຍງານ ຫຼື ໃຫ້ຂໍ້ມູນສະພາບການເກີດລະບາດຂອງເຊື້ອພະບາດດັ່ງກ່າວຢູ່ທຸຸກປະເທດ ລວມທັງລາວ, ຊຶ່ງເວັບໄຊດັ່ງກ່າວສ້າງໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.  ພິທີມອບ-ຮັບເວັບໄຊດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກ ພາຍຫຼັງທີ່ໄດ້ສຳເລັດການພັດທະນາ ແລະ ນຳໃຊ້ມາໄດ້ໄລຍະໜຶ່ງ…

ທະນາຄານການຄ້າຕ່າງປະເທດລາວ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງໝໍແຂວງຫຼວງພະບາງ

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ມອບອຸປະກອນການແພດເຂົ້າໃນວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ໂຮງໝໍແຂວງຫຼວງພະບາງ ລວມມູນຄ່າ 21 ລ້ານກວ່າກີບ. ອຸປະກອນການແພດທີ່ມອບໃນຄັ້ງນີ້ ລວມມີ ຊຸດ PPE ຈຳນວນ 100 ຊຸດ, ຜ້າອັດປາກ-ດັງ ຈຳນວນ 2,500 ອັນ, ເຈວລ້າງມື…

ຈຳປາສັກ ປະເມີນຄືນການປະຕິບັດມາດຕະການຕ້ານໂຄວິດ-19

ພະແນກສາທາລະນະສຸກ ແຂວງຈຳປາສັກ ໄດ້ເປີດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຮັບມືໃນການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 28 ເມສາ 2020 ຢູ່ແຂວງຈຳປາສັກ. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາເຫັນ ແລະ ປະເມີນຄືນການຈັດຕັ້ງປະຕິບັດການປ້ອງກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ເປັນຕົ້ນວຽກງານອະນາໄມ, ຂ້າເຊື້ອພະຍາດ ຂອງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ…

ກົມອຸຕຸນິຍົມ ເຕືອນໃຫ້ລະວັງພະຍຸລະດູຮ້ອນລູກໃໝ່

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນມື້ວານນີ້ ເຖິງປະຊາຊົນລາວທົ່ວປະເທດວ່າ: ນັບແຕ່ມື້ນີ້ ວັນທີ 28 ເມສາ ຫາ 2 ພຶດສະພາ 2020 ນີ້ທົ່ວທຸກພາກຂອງປະເທດ ຈະເກີດມີພະຍຸລະດູຮ້ອນລູກໃໝ່. ພ້ອມດຽວກັນ ກໍ່ເຕືອນໃຫ້ປະຊາຊົນ ກຽມຮັບມືຫຼັງຈາກອາທິດທີ່ຜ່ານມາ ເຂດພາກເໜືອ ແລະ…

ຊ່ຽວຊານແພດທະຫານລາວ-ຈີນ ແລກປ່ຽນບົດຮຽນດ້ານວິຊາການແພດ

ທະຫານອາກາດກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະທີມງານແພດປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ໄດ້ພົບປະເພື່ອແລກປ່ຽນບົດຮຽນດ້ານວິຊາການກັບ ທີມແພດກອງທັບປະຊາຊົນລາວ. ການພົບປະດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບປະຊາຊົນລາວ ໂດຍສືບຕໍ່ປະຕິບັດຕາມຄໍາສັ່ງຊີ້ນໍາຂອງ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຕໍ່ການຊ່ວຍເຫຼືອບັນດາປະເທດຕ່າງໆ ໃນການປ້ອງກັນພະຍາດໂຄວິດ-19.…

ມີຜູ້ຕິດເຊື້ອພະຍາດໄຂ້ຍູງລາຍ 900 ກວ່າກໍລະນີ ໃນ 4 ເດືອນຜ່ານມາ

ໃນທົ່ວປະເທດ ມີກໍລະນີສະສົມຜູ້ທີ່ເປັນໄຂ້ຍູງລາຍ ທັງໝົດ 904 ກໍລະນີ, ໃນນີ້ມີຜູ້ເສຍຊີວິດ 1 ຄົນ ຈາກການເກັບກໍາສະຖິຕິຂອງກະຊວງສາທາລະນະສຸກ ນັບແຕ່ວັນທີ 28 ທັນວາ 2019 ຫາ ວັນທີ 24 ເມສາ 2020.  ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ…

ນາຍົກ ໃຫ້ກໍາລັງໃຈທີມແພດໝໍ ທີ່ປີ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໃນມື້ວານນີ້ ໄດ້ໄປຢ້ຽມຢາມ ເພື່ອໃຫ້ກໍາລັງໃຈທີມແພດໝໍ ຢູ່ໂຮງໝໍມິດຕະພາບ ທີ່ກໍາລັງປະຕິບັດໜ້າທີ່ປີ່ນປົວຄົນເຈັບ. ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ກໍ່ໄດ້ລາຍງານໃຫ້…

ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ມອບເຄື່ອງປ້ອງກັນ ໂຄວິດ-19

ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ໄດ້ນຳເອົາອຸປະກອນການແພດ ເພື່ອປ້ອງກັນເຊື້ອພະຍາດໂຄວິດ-19 ມາມອບໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ປະກອບມີຜ້າອັດປາກ-ດັງ ຈຳນວນ 900.000 ອັນ ແລະ ຢາ ພື້ນເມືອງຈີນ ຈຳນວນ 860 ຊຸດ ລວມມູນຄ່າຫຼາຍກວ່າ 2 ລ້ານຢວນ.…

ຄະນະສະເພາະກິດ ກໍານົດມາດຕະການໄລຍະຜ່ອນຜັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ

ຄະນະສະເພາະກິດ ໄດ້ຫາລືກັນກ່ຽວກັບມາດຕະການໄລຍະຜ່ອນຜັນ, ເຊິ່ງມີແຜນປະຕິບັດເປັນ 2 ໄລຍະ ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ ຂອງປະເທດ. ມາດຕະການຜ່ອນຜັນແມ່ນໄດ້ຫາລືກັນຢູ່ທີ່ກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ…

15 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ແຕ່ບໍ່ຄວນລົດລະໃນການປ້ອງກັນ

ຄະນະສະເພາະກິດ ແນະນໍາໃຫ້ທຸກຄົນສືບຕໍ່ປ້ອງກັນຕົນເອງບໍ່ໃຫ້ຕິດເຊື່ອພະຍາດໂຄວິດ-19 ຢ່າງຖືກວິທີ ແລະ ມາດຕະການຕ່າງໆທີ່ລັດຖະບານວາງອອກ ເຖິງວ່າຢູ່ ສປປ ລາວ ຈະເປັນມື້ທີ 15 ແລ້ວກໍ່ຕາມທີ່ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່. ພ້ອມນີ້ ຄະນະສະເພາະກິດ ກໍ່ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ບົດຮຽນໃນຫຼາຍປະເທດ ທີ່ໄດ້ປະກາດການຢຸດຕິການລະບາດຂອງພະຍາດໂຄວິດ-19 ໄປແລ້ວ ແຕ່ວ່າມີບາງປະເທດໄດ້ກັບມາລະບາດໃນຮອບທີ 2 ແລະ…