ພະນັກງານນໍາທ່ຽວ ແຂວງໄຊສົມບູນ ຂຶ້ນສຶກສາຂໍ້ມູນສະຖານທີ່ທ່ອງທ່ຽວ ພູເບ້ຍ
ພະນັກງານນໍາທ່ຽວແຂວງໄຊສົມບູນ ພ້ວມດ້ວຍ ນ້ອງນັກສຶກສາຈາກຄະນະວິທະຍາສາດສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຂຶ້ນເກັບກໍາຂໍ້ມູນສໍາຄັນຕ່າງໆ ຂອງພູເບ້ຍ ເພື່ອສຶກສາຂໍ້ມູນທາງທໍາມະຊາດທີ່ກໍານົດເປັນສະຖານທີ່ທ່ອງທ່ຽວ ເຊັ່ນ: ຈຸດຊົມວິວ ເໜືອເມກປ້ອມປ່າກ້ວຍ, ຈຸດຊົມວິວ ພູ 5 ຊັ້ນນໍ້າທອງ, ຈຸດສີລາໜໍ່ແຮດ ແລະ ຄວາມມະຫັດສະຈັນຂອງພູເບ້ຍ ທີ່ເຕັມໄປດ້ວຍຕົ້ນໄມ້ນາໆຊະນິດ ທີ່ມີລັກສະນະເປັນເອກະລັກເພາະ…

