ລາວ ແລະ ລັດເຊຍ ຈະຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19

ລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງສາທາລະນະສຸກ) ແລະ ສະຫະພັນລັດເຊຍຈະຮ່ວມມືກັນທາງດ້ານການແພດ ໂດຍສະເພາະແມ່ນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍຈະເລັ່ງໃສ່ 3 ໜ້າວຽກ. ເນື່ອງໃນໂອກາດທີ່ທ່ານທູດລັດເຊຍ ປະຈໍາລາວ ໄດ້ເຂົ້າພົບປະກັບການນໍາກະຊວງສາທາລະນະສຸກໃນອາທິດຜ່ານມາ, ທັງສອງຝ່າຍໄດ້ມີການປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນທາງດ້ານການແພດ ໂດຍສະເພາະທັງສອງຝ່າຍຈະມີການຮ່ວມມືກັນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍເລັ່ງໃສ່…

ຜູ້ຕິດເຊື້ອໂຄວິດ-19 ຄົນທີ 21 ໄດ້ອອກໂຮງໝໍ ແຕ່ຍັງໄປຈໍາກັດບໍລິເວນ ຢູ່ໂຮງແຮມຈົນຄົບ 14 ວັນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19, ໂດຍ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງ ສາທາລະນະສຸກ ທ່ານ ດຣ.​ ສີສະຫວາດ ສຸດທານີລະໄຊ ໄດ້ແຈ້ງໃຫ້ຮູ້ປະຈໍາວັນອັງຄານວັນທີ 25 ສິງຫາ 2020 ວ່າ:…

ຈັບໄດ້ແລ້ວ 5 ຄົນ ຈາກ 12 ຄົນ ນັກໂທດທີ່ໂຕນໜີຈາກຄ້າຍຄຸມຂັງ ໂພນຕ້ອງ ໃນມື້ວານນີ້

ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມ ນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນມື້ວັນທີ 24 ສິງຫາ ທີ່ຜ່ານມາ,…

ພົບນໍ້າມັນເຈືອປົນນໍ້າຢູ່ປໍ້າແຫ່ງໜຶ່ງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ຢູ່ແຂວງໄຊຍະບູລີ

ສັງຄົມ ຫຼື ຜູ້ຊົມໃຊ້ຍານພາຫະນະ ຢາກໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະແນກ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ໃນແຕ່ລະແຂວງ, ເມືອງ ໃນຂອບເຂດທົ່ວປະເທດ ລົງຕິດຕາມກວດກາບັນດາປໍ້ານໍ້າມັນຂາຍຍ່ອຍໃນຂອບ ເຂດທົ່ວປະເທດ, ຫຼັງຈາກທີ່ມີຜູ້ໄປຊື້ນໍ້າມັນແອັດຊັງຢູ່ປໍ້າແຫ່ງໜຶ່ງຢູ່ບ້ານ ໜອງໄຮ ເມືອງຫາດຊາຍຟອງ…

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ, ໂດຍສະເພາະໃນລະຫວ່າງ ປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດໍາເນີນການກວດກາການຊື້ຂາຍສັດປ່າ ທີ່ຜິດກົດໝາຍ, ຊຶ່ງສາມາດຍຶດສັດປ່າທີ່ຫວງຫ້າມຈໍານວນ 1, 218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ…

ໜອງສົມເດັດສຸພານຸວົງຈະກາຍເປັນແຫຼ່ງ ທ່ອງທ່ຽວແຫ່ງໃໝ່ຢູ່ແຂວງຊຽງຂວາງໃນອະນາຄົດ

ກຸ່ມບໍລິສັດຄຳໄພຊະນະ ກຽມພັດທະນາໜອງສົມເດັດສຸພານຸວົງ ຢູ່ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຫຼັງຈາກໄດ້ອະນຸມັດສໍາປະທານ 30 ປີ ຈາກອໍານາດການປົກຄອງແຂວງຊຽງຂວາງ. ກຸ່ມບໍລິສັດຄຳໄພຊະນະ ຈະພັດທະນາໜອງສົມເດັດສຸພານຸວົງ ໂດຍຈະສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ ລວມມີຮ້ານອາຫານ, ລີສອດ, ຕູບຍາຍຕາມແຄມໜອງ, ບ່ອນອອກກຳລັງກາຍເພື່ອຄົນຮັກສຸຂະພາບ, ສວນສະໜຸກສຳລັບເດັກນ້ອຍ, ສວນດອກໄມ້ຫຼາກຫຼາຍຊະນິດ,…

ຢີ່ປຸ່ນຊ່ວຍຍົກລະດັບຂີດ ຄວາມສາມາດດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານກອງທັບ ປະຊາຊົນລາວ

ຄະນະວິຊາການດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງປ້ອງກັນປະເທດ ຢີ່ປຸ່ນສືບຕໍ່ຊ່ວຍເຫຼືອ ສ້າງຂີດຄວາມອາດ ສາມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ແກ່ຄະນະວິຊາການດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງປ້ອງກັນປະເທດ (ພະນັກງານນັກຮົບກອງທັບ ປະຊາຊົນລາວ) ລວມມີ 3 ໜ້າວຽກໃນຕໍ່ໜ້າ ຊຶ່ງປະກອບມີໂຄງການເຊື້ອເຊີນຄູຝຶກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດສະນະສຶກສາ ແລະ…

ກະຊວງການເງິນກຽມຮັບບຸກຄະລາກອນໃໝ່ເພື່ອປັບ ປຸງດ້ານຕ່າງໆຂອງຂະແໜງການເງິນ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ກະຊວງກໍາລັງຄັດເລືອກບຸກຄະລາກອນໃໝ່ດ້ານໄອທີ ແລະ ການເງິນ-ການບັນຊີເພື່ອກຽມບັນຈຸເປັນລັດຖະກອນ ໃໝ່ໃນກະຊວງການເງິນຈໍານວນ 30 ຄົນ, ຊຶ່ງຈະມີການສອບເສັງຄັດເລືອກຮອບ 2 ໃນວັນທີ 29 ສິງຫາທີ່ຈະມາເຖິງນີ້, ຫຼັງຈາກທີ່ມີການສອບເສັງຄັດເລືອກຮອບທີ 1 ໃນວັນທີ 15 ກໍລະກົດທີ່ຜ່ານມາ. ການສອບເສັງຄັດເລືອກຮອບ 2 ນີ້ຈະເອົາສະເພາະຜູ້ທີ່ຜ່ານ…

ປ່າສະຫງວນແຫ່ງຊາດ ແມ່ນບ່ອນອະນຸລັກ ແລະ ປົກປັກຮັກສາຖີ່ນຢູ່ອາໄສຂອງສັດປ່າ

ການອະນຸລັກສັດປ່າ ຕ້ອງບົນພື້ນຖານການປົກປັກຮັກສາຖິ່ນຢູ່ອາໄສຂອງພວກມັນ, ສະນັ້ນເຂດປ່າສະຫງວນແຫ່ງຊາດ ເປັນແຫຼ່ງຖິ່ນຢູ່ອາໄສສັດປ່າ ແລະ ພຶດພັນ, ຊຶ່ງເປັນເຂດຫວງຫ້າມ ຫຼື ຄຸ້ມຄອງການລ່າສັດປ່າ. ການອະນຸລັກສັດປ່າ ແມ່ນມີຄວາມສໍາຄັນຫຼາຍ ຈະຕ້ອງສືບຕໍ່ຂະຫຍາຍລະບົບຄຸ້ມຄອງແບບປ່າສະຫງວນແຫ່ງຊາດ ໄປຫາເຂດອື່ນໆ ທີ່ບໍ່ທັນມີການຄຸ້ມຄອງ ແລະ ປົກປັກຮັກສາເທື່ອ ເຊັ່ນ: ດິນບໍລິເວນນໍ້າ ແລະ ແລວທາງເຊື່ອມຕໍ່ເຂດປ່າສະຫງວນ…

ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະຈັດຂຶ້ນຢູ່ ລາວ

“ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໄດ້ຍົກຂຶ້ນມາເປັນຄໍາຂວັນ ຂອງກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ່ 24 ສິງຫາທີ່ຈະມາເຖິງນີ້ ທີ່ປະເທດລາວ ໃນຮູບແບບກອງປະຊຸມທາງໄກ, ໂດຍຈະເປັນປະທານຮ່ວມກອງປະຊຸມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ…